ການເຄື່ອນໄຫວຢ້ຽມຢາມລາວຂອງທ່ານປະທານປະເທດເຈີ່ນດ້າຍກວາງ

ການເຄື່ອນໄຫວຢ້ຽມຢາມລາວຂອງທ່ານປະທານປະເທດເຈີ່ນດ້າຍກວາງ - ảnh 1
ພິທີຕ້ອນຮັບທ່າ​ນປະທານ​ປະ​ເທດ ຫວຽດນາມ ​ເຈີ່ນ​ດ້າຍ​ກວາງ

(vovworld) – ​ ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​​ ສປປ. ລາວ ​ວັນ​ທີ 12/06 ທ່າ​ນປະທານ​ປະ​ເທດ ຫວຽດນາມ ​ເຈີ່ນ​ດ້າຍ​ກວາງ ມີ​ບັນດາ​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານ​​ເລຂາທິການ​ໃຫຍ່ ປະທານ​ປະ​ເທດ ລາວ ບຸນ​ຍັງ ວໍລະ​ຈິດ ທີ່​ການ​ພົບ​ປະ 2 ​ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ​ສືບ​ຕໍ່​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ຂັ້ນ​ສູງ​ລະຫວ່າງ 2 ປະ​ເທດ ​ແລະ ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້​ຢູ່​ກອງ​ປະຊຸມ​ຄັ້ງ​ທີ 38 ຄະນະ​ກຳມະການ​ລະຫວ່າງລັດຖະບານ​ກ່ຽວ​ກັບ​ການ​ຮ່ວມ​ມື 2 ຝ່າຍ ຫວຽດນາມ - ລາວ ​ເປັນ​ຢ່າງ​ດີ;  ປະຕິບັດ​ແຜນການ​ຮ່ວມ​ມື​ລະຫວ່າງ​ລັດຖະບານ 2 ປະ​ເທດ​ປີ 2016, ສັນຍາ​ຮ່ວມ​ມື ຫວຽດນາມ - ລາວ ​ໄລ​ຍະ 2016 – 2020 ​ແລະ ຖະ​ແຫຼ​ງການ​ຮ່ວມ​ໃນ​ການ​ຢ້ຽມຢາມ ຫວຽດນາມ ຜ່ານ​ມາຂອງ​ທ່ານ​ເລຂາທິການ​ໃຫຍ່ ປະທານ​ປະ​ເທດ ລາວ ບຸນ​ຍັງ​ ວໍ​ລະ​ຈິດ, ກໍ່​ຄື​ບັນດາ​ໝາກຜົ​ນ ທີ່ບັນລຸ​ໄດ້​ໃນ​ການ​ຢ້ຽມຢາມ ຫວຽດນາມ ຂອງ​ທ່ານ​ນາຍົກລັດຖະມົນຕີ ລາວ ທອງ​ລຸນ ສີ​ສຸ​ລິດ ​ແລະ ບັນດາ​ຂໍ້​ຕົກລົງ​ບັນລຸ​ໄດ້​ໃນ​ການ​ຢ້ຽມຢາມ ລາວ ຄັ້ງ​ນີ້​ຂອງ​ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ຢ່າງ​ມີ​ໄຊ.

        2 ຝ່າຍ​ກໍ່​ເຫັນ​ດີ​ເປັນ​ເອກະ​ພາບ​ສືບ​ຕໍ່​ເພີ່ມ​ທະວີ​ແລກປ່ຽນ​ຄະນະ​ຜູ້​ແທນ, ພົບ​ປະ​ຂັ້ນ​ສູງ, ຜັນ​ຂະຫຍາຍ​ບັນດາ​ກົນ​ໄກ​ຮ່ວມ​ມື 2 ຝ່າ​ຍຢ່າງ​ມີ​ປະສິດ​ທິຜົນ; ​ເພີ່ມ​ທະວີ​ຄວາ​ມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ; ຍົກ​ສູງ​ປະສິດທິ​ຜົນ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ຄື: ການ​ເມືອງ​ການ​ທູດ, ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ, ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ… 2 ຝ່າຍ​ຢືນຢັນ​ຕັດສິນ​ໃຈ​ຜັນ​ຂະຫຍາຍ​ບັນດາອະນຸ​ສັນຍາ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ໄລຍະ 2016 – 2020 ຢ່າງ​ມີ​ປະສິດທິ​ຜົນ, ອະນຸ​ສັນຍາ​ກ່ຽວ​ກັບ​ເສັ້ນ​ຊາຍ​ແດນ ​ແລະ ຫຼັກ​ໝາຍ​ຊາຍ​ແດນ​ແຫ່ງ​ຊາດ ຫວຽດນາມ - ລາວ ​ແລະ ສັນຍາ​ກ່ຽວ​ກັບ​ຂໍ້​ກຳນົດ​ຄຸ້ມ​ຄອງ​ຊາຍ​ແດນ ​ແລະ ດ່ານ​ຊາຍ​ແດນ 2 ປະ​ເທ​ດ (ລົງ​ນາມ​ໃນ​ຕົ້ນ​ປີ 2016); ສັນຍາ​ການ​ຄ້າ​ໃໝ່ ​ແລະ ສັນຍາ​ການ​ຄ້າ​ຊາຍ​ແດນ ຫວຽດນາມ - ລາວ (ລົງ​ນາມ​ໃນ​ປີ 2015), ​ເພີ່ມ​ທະວີ ​ແລະ ຍົກ​ສູງ​ລັກສະນະ​ເຊື່ອ​ມຈອດ​, ໜູນ​ຊ່ວຍ​ຕໍ່​ກັນລະຫວ່າງ 2 ພື້ນຖານ​ເສດຖະກິດ, ກໍ່ສ້າງ​ລະບົບ​ທາງ​ຄົມມະນາຄົມ​ເຊື່ອມ​ຕໍ່​ບັນດາ​ເຂດ​ເສດຖະກິດ​ຈຸ​ດສຸມ​ຂອງ 2 ປະ​ເທດຢ່າງ​ບໍ່​ຢຸດ​ຢັ້ງ; ຊຸກຍູ້​ການ​ແລກປ່ຽນ​ວັດ​ທະນະ​ທຳ, ພົບ​ປະ​ແລກປ່ຽນ​ປະຊາຊົນ; ສົມທົບ​ກັນ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຕ່າງໆ​ ສະ​ເຫຼີ​ມສະຫຼອງ 55 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ​ແລະ 40 ປີ​ແຫ່ງ​ວັນ​ລົງ​ນາມ​ໃນ​ສົນທິສັນຍາ​ມິດຕະພາບ ​ແລະ ຮ່ວມ​ມື ຫວຽດນາມ - ລາວ ​ໃນ​ປີ 2017. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ຈະ​ສົມທົບ​ກັນ​ກໍ່ສ້າງ​ບັນດາ​ກິດຈະກຳ​ທີ່​ລະ​ນຶກ​ປະຫວັດສາດ 2 ປະ​ເທດ ​ເພື່ອ​ແນ​ໃສ່​ສຶກສາ​ມູນ​ເຊື້ອ​ຄວາ​ມສາມັກຄີ, ມິດ​ຕະພາບ​​ໃຫ້ບັນດາ​ລຸ້ນໜຸ່ມ ຫວຽດນາມ ​ແລະ ລາວ

        ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍກວາງ ຢືນຢັນ​ວ່າ: ຫວຽດນາມ ສະໜັບສະໜູນ​ຢ່າງ​ຕັ້ງໜ້າ ​ແລະ ຮອບດ້ານ​ສຳລັບ​ບົດບາດ​ເປັນ​ປະທານ ອາ​ຊຽນ ຂອງ ລາວ; ຢືນຢັນ ຈະ​ສົມທົບ​ກັນ ​ແລະ ສະໜັບ​ສະ​ໜູນ ລາວ​ ຈັດ​ຕັ້ງກອງ​ປະຊຸມ​ຂັ້ນ​ສູງ ອາ​ຊຽນ ​ແລະ ບັນດາ​ກອງ​ປະຊຸມ​ທີ່​ກ່ຽວຂ້ອງ​ຢ່າງ​ສຳ​ເລັດ​ຜົນ.

        2 ຝ່າຍ​ຢືນຢັນ​ວ່າ: ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ແນ​ໃສ່​ປັບປຸງ​ຄວາມ​ສາ​ມັກ​ຄີ ອາ​ຊຽນ, ຍົກ​ສູງ​ບົດບາດ​ເປັນ​ໃຈກາງ​ຂອງ ອາ​ຊຽນ ​ໃນ​ໂຄງ​ປະກອບ​ຄວາມ​ໝັ້ນຄົງ​ພາກ​ພື້ນ; ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ໝັ້ນຄົງປອດ​ໄພ​ຢູ່​ທະ​ເລ​ຕາ​ເວັນ​ອອກ; ​ເຫັນ​ດີ​ເປັນ​ເອກະສັນ ພ້ອມ​ກັບ​ບັນດາ​ປະ​ເທດ ອາ​ຊຽນ ຊຸກຍູ້​ແກ້​ໄຂ​ບັນດາ​ການ​ຂັດ​ແຍ້​ງກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ດ້ວຍມາດ​ຕະການ​​ໂດຍສັນຕິ​ວິທີ, ບົນ​ພື້ນຖາ​ນ​ເຄົາລົບ​ກົດໝາຍ​ສາກົນ; ພ້ອມ​ກັບ​ບັນດາ​ຝ່າຍ​ປະຕິບັດ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ຄົບ​ຖ້ວນ ​ແລະ ມີ​ປະສິດທິ​ຜົນ ​ແລະ ບັນລຸ​ປະມວນ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະ​ພຶດຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ໂດຍ​ໄວ ​ເພື່ອ​ແນ​ໃສ່​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ​.
ການເຄື່ອນໄຫວຢ້ຽມຢາມລາວຂອງທ່ານປະທານປະເທດເຈີ່ນດ້າຍກວາງ - ảnh 2
ທ່າ​ນປະທານ​ປະ​ເທດ ຫວຽດນາມ ​ເຈີ່ນ​ດ້າຍ​ກວາງ
​ພົບ​ປະ​ເຈ​ລະ​ຈາກັບທ່ານ​ນາຍົກ​ລັດຖະມົນຕີ ລາວ ທອງ​ລຸນ ສີ​ສຸ​ລິດ

       ໃນ​ຕອນ​ບ່າຍ​ຂອງ​ວັນ​ດຽວ​ກັນ ທີ່​ບັນດາ​ການ​ພົບ​ປະ​ເຈ​ລະ​ຈາກັບທ່ານ​ນາຍົກ​ລັດຖະມົນຕີ ລາວ ທອງ​ລຸນ ສີ​ສຸ​ລິດ ​ແລະ ທ່ານ​ນາງ​ປະທານ​ສະພາ​​ແຫ່ງ​ຊາດ ລາວ ປານີ ຢາ​ທໍ່​ຕູ້, ຜູ້ນຳ ລາວ ທັງ 2 ທ່ານ​ໄດ້​ເນັ້ນ​ໜັກ​ຄວາມ​ໝາຍ​ຂອງ​ການ​ຢ​້ຽມຢາມ​ທາງ​ລັດຖະກິດຄັ້ງ​ທຳ​ອິດ​ຂອງ​ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈີ່ນ​ດ້າຍ​ກວາງ ​ໃນ​ຖານະ​ຕຳ​ແໜ່​ງ​ໃໝ່. ສິ່ງ​ດັ່ງກ່າວ ສະ​ແດງ​ຄວາມ​ຖື​ເປັນ​ສຳຄັນ​ຂອງ​ພັກ, ລັດ ​ແລະ ລັດຖະບານ ຫວຽດນາມ ກໍ່​ຄື​ຂອງທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າ​ຍກວາງ ​ໃນ​ນາມສ່ວນ​ຕົວສຳລັບ​ສາຍ​ພົວພັນ​ແບບ​ພິ​ເສດ ຫວຽດນາມ - ລາວ. ທ່ານ​ນາຍົກ​ລັດຖະມົນຕີ ລາວ  ​ແລະ ທ່ານ​ນາງປະທານ​ສະພາ​ແຫ່ງ​ຊາດ ລາວ ​ເຊື່ອ​ໝັ້ນ​ວ່າ: ການ​ຢ້ຽມຢາມ ຈະ​ປະ​ກອບ​ສ່ວນ​ສຳຄັນ​ເຂົ້າ​​ໃນການ​ປັບປຸງ ​ແລະ ພັດທະນາ​ສາຍ​ພົວພັນ​ທີ່​ເປັນ​ມູນ​​ເຊື້​ອ ຄວາມ​ສາມັກ​ຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະ​ຫວ່າງ 2 ປະ​ເທດ​ຢ່າງ​ບໍ່​ຢຸດ​ຢັ້ງ. 2 ຝ່າຍ​ກໍ່​ຕີ​ລາຄາ​ສູງ​ການ​ພົວພັນ​ຮ່ວມ​ມື​ອັນ​ດີງາມ​ລະຫວ່າງ 2 ປະ​ເທດ​ເວົ້າ​ລວມ ​ແລະ ລະຫວ່າງ​ສະພາ​ແຫ່ງ​ຊາ​ດ, ລັດຖະບານ 2 ປະ​ເທດ​ເວົ້າ​ສະ​ເພາະ; ປະກອບສ່ວນ​ສຳຄັນ​ຊ່ວຍ 2 ປະ​ເທດ​ບັນລຸ​ໄດ​້ຜົນງານ​ຫລາຍ​ຢ່າງ​ໃນ​ຍຸດ​ທະ​ສາດ​ການ​ຮ່ວມ​ມື​ເສດຖະກິດ, ວັດທະນະທຳ, ວິທະຍາສາດ - ​ເຕັກນິກ ຫວຽດນາມ - ລາວ ​ໄລຍະ 2011 – 2020 ​ແລະ ສັນຍາ​ຮ່ວມ​ມື ຫວຽດນາມ - ລາວ ​ໄລຍະ 2011 – 2015. 2 ຝ່າຍ​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ຢ່າງ​ເລິກ​​ເຊິ່ງກ້ວາງ​ຂວາງ ​ເພື່ອ​ແນ​ໃສ່​ປະຕິບັດ​ບັນດາ​ຂໍ້​ຕົກ​ລົງຂັ້ນ​ສູງ​ລະຫວ່າງ 2 ປະ​ເທດ​ຢ່າງ​ເຂັ້ມ​ງວ​ດ ​ແລະ ມີ​ປະສິດທິ​ຜົນ, ສູ້​ຊົນ​ປະຕິບັດສຳ​ເລັດ​ສັນຍາ​ຮ່ວມ​ມື 2 ຝ່າຍລະຫວ່າງ​ລັດຖະບານ 2 ປະ​ເທດ​ໄລຍະ 2016 – 2020 ຢ່າງ​ມີ​ໄຊ ກໍ່​ຄື​ຍູ້​ແຮງ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ລັດຖະບານ ​ແລະ ສະພາ​ແຫ່ງ​ຊາດ 2 ປະ​​ເທດ​ຢ່າງ​ບໍ່​ຢຸດ​ຢັ້ງ.
ການເຄື່ອນໄຫວຢ້ຽມຢາມລາວຂອງທ່ານປະທານປະເທດເຈີ່ນດ້າຍກວາງ - ảnh 3
ທ່ານ​ນາງ​ປະທານ​ສະພາ​​ແຫ່ງ​ຊາດ ລາວ ປານີ ຢາ​ທໍ່​ຕູ້
ເຈລະຈາກັບທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ

         ​ແລະ​ກໍ່​ໃນຕອນ​ແລງ​ຂອງ​ວັນ​ດຽວ​ກັນ​, ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ​ໄດ້​ລົງ​ຢ້ຽມຢາມ ​ແລະ ​ໂອ້​ລົມ​ກັບ​ພະນັກງານ, ພາລະ​ກອນ​ສະຖານທູດ ຫວຽດນາມ ປະຈຳ ລາວ, ຜູ້ຕາງໜ້າ​ບັນດາ​ອົງການ​ຈັດ​ຕັ້ງ ຫວຽດນາມ ປະຈຳ ລາວ, ພໍ່​ແມ່​ປະຊາຊົນ​ຊາວ ຫວຽດນາມ ອາ​ໄສ​ຢູ່ ລາວ. ທ່ານ​ປະທານ​ປະ​ເທ​ດ ​ເຈີ່ນ​ດ້າຍກວາງ ຕີ​ລາຄາ​ສູງ​ບັນດາ​ການ​ປະກອບສ່ວນ​ສຳຄັນ​ຂອງ​ພໍ່​ແມ່​ປະຊາຊົນ​ຊາວ ຫວຽດນາມ ອາ​ໄສຢູ່ ລາວ ສຳລັບ​ພາລະ​ກິດ​ກໍ່ສ້າງ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍກວາງ ​ເນັ້ນ​ໜັກ​ວ່າ: ​ເລື່ອງ​ຮັກ​ສາ, ປັບປຸງ ​ແລະ ​ເສີມ​ຂະຫຍາຍ​ການ​ພົວພັນ​ແບບ​ພິ​ເສດ ຫວຽດນາມ - ລາວ ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ ສຳລັບ​ຜົນສຳ​ເລັດ​ຂອງ​ພາລະກິດ​ປະຕິວັດ​ຂອງ ຫວຽດນາມ. ບົນ​ຈິ​​ດ​ໃຈນັ້ນ ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ສະ​ເໜີ​ປະຊາ​ຄົມ​ຊາວ ຫວຽດນາມ ອາ​ໄສ​ຢູ່ ລາວ ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ອັນ​ດີງາມ​ຂອງ​ປະຊາ​ຄົມ​ຊາວ ຫວຽດນາມ ອາ​ໄສ​ຢູ່່​ ລາວ, ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ປະ​ເທດປະຈຳ​ຖິ່ນ, ກໍ່​ຄື​ອວ່າຍ​ໜ້າ​ເມືອ​ຫາ​ກົກ​ເຄົ້າ​ເຫງົ້າ​ກໍ​ບ້ານ​ເກີດ​ເມືອງ​ນອນ ​ແລະ ສະໜັບສະໜູນ​ໃຫ້ການ​ພົວພັນທີ່ສັດ​ຊື່​ບໍລິສຸດລະຫວ່າງ ຫວຽດນາມ - ລາວ.

 

 

ຂ່າວ/ບົດ​ອື່ນ