ການເຄື່ອນໄຫວລົງທຶນ ແລະ ສົ່ງອອກຂອງ ຫວຽດນາມ ໃນ 8 ເດືອນຜ່ານມາ

(VOVWORLD) - ບັນດານັກລົງທຶນ ຫວຽດນາມ ໄດ້ໄປລົງທຶນຢູ່ຕ່າງປະເທດໃນ 14 ຂົງເຂດ.
ການເຄື່ອນໄຫວລົງທຶນ ແລະ ສົ່ງອອກຂອງ ຫວຽດນາມ ໃນ 8 ເດືອນຜ່ານມາ - ảnh 1(ພາບປະກອບ: TTXVN)

            ຕາມຕົວເລກຈາກກົມລົງທຶນຕ່າງປະເທດ (ກະຊວງອຸດສາຫະກຳການຄ້າ ຫວຽດນາມ) ແລ້ວ, ນັບແຕ່ຕົ້ນປີມາຮອດປະຈຸບັນ, ຍອດເງິນລົງທຶນໃໝ່ ແລະ ດັດປັບຂອງ ຫວຽດນາມ ຢູ່ຕ່າງປະເທດບັນລຸກວ່າ 416 ລ້ານ USD (ເພີ່ມຂຶ້ນ 5,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022).

            ບັນດານັກລົງທຶນ ຫວຽດນາມ ໄດ້ໄປລົງທຶນຢູ່ຕ່າງປະເທດໃນ 14 ຂົງເຂດ. ໃນນັ້ນ, ການຂາຍສົ່ງ ແລະ ຂາຍຍ່ອຍນຳໜ້າດ້ວຍ 23 ໂຄງການ ລວມຍອດທຶນຈົດທະບຽນກວ່າ 150 ລ້ານ USD; ຂະແໜງຖະແຫຼງຂ່າວ ແລະ ສື່ສານຢືນດັບທີ 2; ຖັກຈາກນັ້ນແມ່ນບັນດາຂະແໜງ, ຄື: ການຜະລິດ, ກະສິກຳ, ປ່າໄມ້, ສິນໃນນ້ຳ; ການເງິນ, ທະນາຄານ.

            ໃນ 8 ເດືອນຜ່ານມາ, ມີ 23 ປະເທດ, ເຂດແຄ້ວນຮັບການລົງທຶນຈາກ ຫວຽດນາມ. ນຳໜ້າແມ່ນ ການາດາ ດ້ວຍຍອດທຶນຈົດທະບຽນກວ່າ 150,2 ລ້ານ USD; ຖັດຈາກນັ້ນແມ່ນ: ສິງກະໂປ, ລາວ, ກູບາ…

            ກ່ຽວກັບການສົ່ງອອກ, ຫວ່າງມໍ່ໆມານີ້, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໄດ້ປະກາດຕົວເລກຫຼ້າສຸດໂດຍໃຫ້ຮູ້ວ່າ, ໃນໄລຍະ 8 ເດືອນຜ່ານມາ, ວົງເງິນການນຳເຂົ້າ ແລະ ສົ່ງອອກສິນຄ້າຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳຂອງ ຫວຽດນາມ ບັນລຸເກືອບ 59,7 ຕື້ USD, ໃນຂະນະນັ້ນ ມູນຄ່າການສົ່ງອອກເກີນດຸນແມ່ນຫຼາຍກວ່າ 6,7 ຕື້ USD. ບາງໝວດສິນຄ້າມີມູນຄ່າການສົ່ງອອກເພີ່ມຂຶ້ນເຊັ່ນ: ຜັກ; ເຂົ້າສານ; ໝາກມ່ວງຫິມະພານ; ກາເຟ; ຜະລິດຕະພັນຈາກສັດລ້ຽງ…

ຕອບກັບ

ຂ່າວ/ບົດ​ອື່ນ