ການເຄື່ອນໄຫວລະນຶກ 40 ປີແຫ່ງໄຊຊະນະ ດ້ຽນບຽນຝູທາງອາກາດ

ການເຄື່ອນໄຫວລະນຶກ 40 ປີແຫ່ງໄຊຊະນະ        ດ້ຽນບຽນຝູທາງອາກາດ - ảnh 1
ພິທີອາໄລຫາປະຊາຊົນຖືກລູກລະເບີດອາເມລິກາເຂັ່ນຂ້າ 12/1972
ພາບເinternet


(vovworld)- ຕອນ​ເຊົ້າ​ວັນ​ທີ 26/12, ພິທີ​ອາ​ໄລ​ຫາ​ປະຊາຊົນ​ຖືກ​ລູກ​ລະ​ເບີດ​ອາ​ເມ​ລິ​ກາ​ເຂັ່ນຂ້າ​​ເມື່ອ​ເດືອນ 12/1972 ​ຖືກ​ຈັດ​ຂຶ້ນ​ຢູ່​ອະ​ນຸສາ​ວາລີ​ ​ເຄີມ​ທຽນ ​ເມືອງ​ດົງ​ດາ ນະຄອນຫລວງ ຮ່າ​ໂນ້ຍ. ​ເຂົ້າ​ຮ່ວມ​ພິທີ, ມີ​ທ່ານ​ນາງ ຫງວຽນ​ທິກິ​ມ​ເງິນ ຮອງ​ປະທານ​ສະພາ​ແຫ່ງ​ຊາດ,​ ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ​ແລະ ທ່ານ ຟ້າ​ມກວາງ​ຫງີ້, ​ເລຂາ​ຄະນະ​ພັກ​ນະຄອນ ຮ່າ​ໂນ້ຍ. ​ເດືອນ 12/1972, ອາ​ເມ​ລິ​ກາ ​ໄດ້​ປະຕິບັດ​ການ​ບຸກ​ໂຈມ​ຕີ​ດ້ວຍ​ເຮືອບິນ B 52  ​ເປັນ​ຄັ້ງ​ໃຫຍ່​ບໍ່​ທັນ​ມີ​ມາກ​ອ່ນ ​ຈຸດປະສົງ​ແມ່ນ​ແນ​ໃສ່​ດັບ​ສູນ​ນະຄອນຫລວງ ຮ່າ​ໂນ້ຍ ​ແລະ ບັນດາ​ສະຖານ​ທີ່​ອື່ນ. ການ​ບຸກ​ໂຈມ​ຕີ​ໃນ​ຕອນ​ຄຳ່​ວັນ​ທີ 26/12/1972 ​ໄດ້​ເຮັດ​ໃຫ້​​ເຂດ​ຊຸມ​ຊົນ​ຢູ່​ຖະຫນົນ ​ເຄີມ​ທຽນ ຮ່າ​ໂນ້ຍ ຖືກ​ທຳລາຍ​ຢ່າງ​ຫນັກຫນ່ວງ, ​ເຮັດ​​ໃຫ້ 278 ຄົນ​ຖືກ​ເສຍ​ຊີວິດ ​ແລະ 290 ຄົນ​ຖືກ​ບາດ​ເຈັບ.

ຂ່າວ/ບົດ​ອື່ນ