ການເຄື່ອນໄຫວວັດທະນະທຳ, ສິລະປະໃນໂອກາດວັນບຸນ 30/4 -1/5

(vovworld) - ​ເນື່ອງ​ໃນ​ໂອກາດ​ວັນ​ບຸນ30/4 -1/5, ມີ​ການ​ເຄື່ອນ​ໄຫວ​ວັດທະນະທຳ, ສິລະ​ປະ​ຫຼາຍ​ຢ່າງ​ໄດ້​ດຳ​ເນີນ​ໃນ​ທົ່ວ​ປະ​ເທດ. ​ໂດຍຕອບ​ສະໜອງ​ຄວາ​ມຕ້ອງການ​ລະ​ຫຼິ້ນ, ທ່ອງ​ທ່ຽວ​ຂອງ​ປະຊາຊົນ​ໃນ​ທົ່ວ​ປະ​ເທດ. ງານ​ບຸນ​ທ່ອງ​ທ່ຽວ​ລະດູ​ຮ້ອນ ຊາ​ປາ 2017 ຖືກ​ຈັດ​ຕັ້ງ​ໃນ​ລະຫວ່າງ​ວັນ​ທີ 29/4-30/6. ດ້ວຍ​ການ​ເຄື່ອນ​ໄຫວ​ຄື​ງານ​ບຸນ​ເທິງ​ກ້ອນ​ເມກ, ງານ​ບຸນ​ວັດທະນະທຳ​ບ້ານ​ມົ້ງກາດໆ, ລາຍການ​ເປັນ​ຊາວ​ກະສິກອນ​ມື້ໜຶ່ງ​ຢູ່​ຕາ​ແສງຕາ​ຝິ່ນ…

ການເຄື່ອນໄຫວວັດທະນະທຳ, ສິລະປະໃນໂອກາດວັນບຸນ 30/4 -1/5 - ảnh 1
ງ​ານ​ບຸນ​ອາ​ຫານ​ການ​ກິນ​ຢູ່ ດ່າ​ນັ້ງ

        ຕອນ​ຄຳ່​ວັນ​ທີ 29/4, ຢູ່​ນະຄອນ ມ໋ອງກ໋າຍ, ​ແຂວງ ກວາງ​ນິງ ​ໄດ້​ດຳ​ເນີນ​ລາຍການ​ສິລະ​ປະ​ດ້ວຍ​ຫົວ​ຂໍ້​ວ່າ: ສັບປະດາ​ທ່ອງ​ທ່ຽວ ມ໋ອງກ໋າຍ - ສະບາຍດີ​ລະດູ​ຮ້ອນ 2017 “ມ໋ອງກ໋າຍ - ​ເຂດ​ເໜືອ​ສຸດ​ຂອງ​ປະ​ເທດ“. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ເປີດ​ສາກ​ສັບປະດາ ທ່ອງ​ທ່ຽວ ມ໋ອງກ໋າຍ - ສະບາຍດີ​ລະດູ​ຮ້ອນ 2017.

        ວັນ​ທີ 29/4-2/5 ຢູ່​ໝູ່​ບ້ານ​ວັດທະນະທຳ - ທ່ອງ​ທ່ຽວ ບັນດາ​ເຜົ່າ ຫວຽດນາມ ​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຫຼາຍ​ຢ່າງ​ຄື: ຈັດຕະຫຼາດນັດ​ເຂດ​ພູດ​ອຍທາງ​ພາກ​ເໜືອ, ດ້ວຍ​ຫົວ​ຂໍ້​ວ່າ: “ກັບ​ມາ​ເຂດ​ພູ​ພຽງ ​ໂມກ​ເຈົາ“. ​ເຂົ້າ​ຮ່ວມ​ຕະຫຼາດນັດ, ທ່ານ​ນາງ ຫງວຽນ​ທິ​ເຟືອງ, ຢູ່​ແຂວງ ​ເຊີນ​ລາ, ​ໃຫ້​ຮູ້​ວ່າ:

        “ຂ້າພະ​ເຈົ້າ​ດີ​ໃຈ​ຫຼາຍ​ເມື່ອ​ໄດ້​ມາ​ແຫ່ງ​ນີ້. ຂ້າພະ​ເຈົ້າ​ໄດ້​ນຳ​ເອົາ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຊົນ​ເຜົ່າ​ຕົນ​ມາຕະຫຼາດນັດ​ນີ້, ນັ້ນ​ແມ່ນ​ບັນດາ​ຜະລິດ​ຕະພັນ​ກະ​ເສດ, ​ເຄື່ອງ​ຂອງ​ຕ່າງໆ​ທີ່​ເຮັດ​ດ້ວຍ​ແພ​ພນ​ເມືອງ. ພິ​ເສດ​ອາຫານ​ຂອງ​ພວກ​ຂ້າພະ​ເຈົ້າ​ໄດ້​ຮັບ​ຄວາມ​ນິຍົມ​ຈາກ​ນັກ​ທ່ອງ​ທ່ຽວ​ທີ່​ສຸດ“.

ຢູ່​ເຂດ​ປູຊະນີຍະສະຖານ ກິມລຽນ, ບ້ານ​ເກີດ​ຂອງ​ປະທານ ​ໂຮ່ຈິ​ມິນ, ຢູ່​ຕາ​ແສງ ກິມລຽນ, ​ເມືອງ ນາມ​ດ່ານ (​ເງະ​ອານ) . ນັກ​ທ່ອງ​ທ່ຽວ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ເປັນ​ຈຳນວນ​ຫຼວງ​ຫຼາຍ ​ໄດ້​ມາ​ຢ້ຽມຢາມ ​ແລະ ຖະຫວາຍ​ທູບ​ທຽນ, ດອກ​ໄມ້ ອາ​ໄລ​ຫາ​ວີນຍານ​ປະທານ ​ໂຮ່ຈີ​ມິນ. ທ່ານ ສົມ​ກິດ ກິ​ງສະ​ດາ, ນັກ​ທ່ອງ​ທ່ຽວ​ມາ​ຈາກ ລາວ, ​ແບ່ງປັນ​ວ່າ:

​ເທບສ​ຽງທ່ານ ສົມ​ກິດ ກິ​ງສະ​ດາ

        ຕອນ​ເຊົ້າ​ວັນ​ທີ 30/4 ຢູ່​ສະໜາມ​ເວທີ​ຊັກ​ທຸງ ຕໍ່ໜ້າພະລາດ​ຊະ​ວັງ ທີ່​ນະຄອນ ​ເຫວ໋ ​ໄດ້​ດຳ​ເນີນ​ພິທີ​ສະ​ແດງ​ໝາກ​ໂປ່​ງສາກົນ 2017 ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ 10 ທິມທີ່​ມາ​ຈາກ​ຫຼາຍ​ປະ​ເທດ. ນອກ​ນັ້ນ Festival ອາຊີບ​ທີ່​ເປັນ​ມູນ​ເຊື້ອ ​ເຫວ໋ 2017 ກໍ່​ເລີ່​ມ​ເຄື່ອນ​ໄຫວ​ຢ່າງ​ຟົດ​ຟື້ນ ​ແລະ ອຸດົມສົມ​ບຸນ.

ງານ​ບຸນ​ຍິງ​ບັ້ງ​ໄຟ​ດອກສາກົນ ດ່າ​ນັ້ງ 2017 ກໍ່​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ຕອນ​ຄຳ່​ວັນ​ທີ 30/4, ພ້ອມ​ກັນ​ນັ້ນ​ແມ່ນ​ລາຍການ​ສະ​ແດງ​ດົນຕີ​ຕາມ​ທ້ອງ​ຖະໜົນ, ຂະ​ບວນລົດ​ສາມ​ລໍ້…

ຕອນ​ເຊົ້າ​ວັນ​ທີ 30/4, ຢູ່​ນະຄອນ ​ໂຮ່ຈີ​ມິນ ກໍ່​ດຳ​ເນີນ​ການ​ແຂ່ງຂັນ​ຖີບ​ລົດຖີບ​ທົ່ວ​ປະ​ເທດ ຊິງ​ຂັນ​ໂທລະພາບ ນະຄອນ ​ໂຮ່ຈີ​ມິນ​ຄັ້ງ​ທີ 29.

​ໃນ​ໂອກາດ​ນີ້, ຄະນະ​ຕິດ​ຕໍ່​ບັນດາ​ຜູ້​ທຳ​ການ​ຕໍ່ຕ້ານ​ແຂວງ ຢາ​ລາຍ ຈັດ​ຕັ້ງ​ຕະຫຼາດນັດ ສະໜາມຮົບ​ໃນ​ເມື່ອ​ກ່ອນ ​ແຕ່​ວັນ​ທີ 27/4-2/5. ​​ເຊິ່ງ​ໄດ້​ວາດ​ພາບ​ຊີວິດ​ການ​ເປັນ​ຢູ່​ຂອງ​ທະຫານ ​ແລະ ປະຊາຊົນ​ໃນ​ສະໜາມຮົບ​ຕ່າງໆ.


ຂ່າວ/ບົດ​ອື່ນ