ການເຄື່ອນໄຫວສະເຫຼີມສະຫຼອງ 48 ປີແຫ່ງວັນປົດປ່ອຍພາກໃຕ້, ໂຮມປະເທດຊາດເປັນເອກະພາບຢູ່ຫວຽດນາມ

(VOVWORLD) - ລາຍການສະແດງສິລະປະມີບັນດາການຟ້ອນລຳທຳເພງທີ່ເປັນເອກະລັກສະເພາະ ຍ້ອງຍໍຊົມເຊີຍພັກກຽດສະຫງ່າ, ປະທານໂຮ່ຈີມິນຜູ້ຍິ່ງໃຫຍ່ ແລະ ປະຊາຊົນບັນດາເຜົ່າຢູ່ໄຕງວຽນ ວິລະຊົນ...
ການເຄື່ອນໄຫວສະເຫຼີມສະຫຼອງ 48 ປີແຫ່ງວັນປົດປ່ອຍພາກໃຕ້, ໂຮມປະເທດຊາດເປັນເອກະພາບຢູ່ຫວຽດນາມ - ảnh 1ການຍິງບັ້ງໄຟດອກຢູ່ນະຄອນ ໂຮ່ຈີມິນ
(ພາບ:VOV)

ໂດຍສະເຫຼີມສະຫຼອງ 48 ປີແຫ່ງວັນປົດປ່ອຍພາກໃຕ້, ໂຮມປະເທດຊາດເປັນເອກະພາບ (30 ເມສາ 1975 – 30 ເມສາ 2023), ຕອນຄ່ຳວັນທີ 30 ເມສາ, ນະຄອນໂຮ່ຈີມິນ ໄດ້ຍິງບັ້ງໄຟດອກ. ນັບແຕ່ຕອນແລງ, ປະຊາຊົນນັບພັນຄົນໄດ້ເຕົ້າໂຮມຢູ່ບັນດາສະຖານທີ່ຍິງບັ້ງໄຟດອກ ເພື່ອຮັບຊົມ, ໃຜໆກໍ່ສະແດງຄວາມເບີກບານມ່ວນຊື່ນໄດ້ຊົມການຍິງບັ້ງໄຟດອກງາມຕາທີ່ແກ່ຍາວເປັນເວລາ 15 ນາທີ, ເລີ່ມແຕ່ເວລາ 21 ໂມງ 00. ອ້າຍ ຫງວຽນວຽດກຽນ, ປະຊາຊົນຢູ່ນະຄອນ ຖູດຶກ, ແບ່ງປັນວ່າ:

        “ຂ້າພະເຈົ້າຮູ້ສຶກມ່ວນທີ່ສຸດ. ມື້ນີ້ໄດ້ມາຮ່ວມຄວາມເບີກບານມ່ວນຊື່ນກັບປະຊາຊົນທົ່ວປະເທດ ໃນໂອກາດສະເຫຼີມສະຫຼອງວັນໂຮມປະເທດຊາດເປັນເອກະພາບ. ບັນຍາກາດຢູ່ທີ່ນີ້ເບີກບານມ່ວນຊື່ນຫຼາຍ, ຄວາມມ່ວນຊື່ນໄດ້ສະແດງໃນໃບໜ້າທຸກໆຄົນເຂົ້າຮ່ວມເຫດການ”.

        ແລະກໍ່ໃນຕອນຄ່ຳວັນທີ 30 ເມສາ, ຢູ່ນະຄອນ ບວນມາທວດ (ແຂວງ ດັກລັກ), ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ດັກລັກ ໄດ້ຈັດລາຍການສະແດງສິລະປະສະເຫຼີມສະຫຼອງ 48 ປີແຫ່ງວັນປົດປ່ອຍພາກໃຕ້, ໂຮມປະເທດຊາດເປັນເອກະພາບ. ລາຍການສະແດງສິລະປະມີບັນດາການຟ້ອນລຳທຳເພງທີ່ເປັນເອກະລັກສະເພາະ ຍ້ອງຍໍຊົມເຊີຍພັກກຽດສະຫງ່າ, ປະທານໂຮ່ຈີມິນຜູ້ຍິ່ງໃຫຍ່ ແລະ ປະຊາຊົນບັນດາເຜົ່າຢູ່ໄຕງວຽນ ວິລະຊົນ ພ້ອມກັບບັນດາໝາກຜົນໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ