ການເຄື່ອນໄຫວສະເຫຼີມສະຫຼອງ ວັນຄອບຄົວ ຫວຽດນາມ 28/6

ການເຄື່ອນໄຫວສະເຫຼີມສະຫຼອງ ວັນຄອບຄົວ ຫວຽດນາມ 28/6 - ảnh 1
ພາບປະກອບ

(vovworld) - ມີ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ເພື່ອສະ​ເຫຼີ​ມສະຫຼອງ ວັນ​ຄອບຄົວ ຫວຽດນາມ ພວມ​ໄດ້​ຮັບ​ການຈັດ​ຕັ້ງ​ຈາກ​ບັນດາ​ກະຊວງ, ຂະ​​ແໜງ​ການຕ່າງໆ. ຢູ່ຮ່າ​ໂນ້ຍ, ວັນ​ຄອບຄົວ ຫວຽດນາມ ປີ 2013 ດ້ວຍ​ຫົວ​ຂໍ້​ວ່າ “​ເຊື່ອ​ມຕໍ່​ຄວາມ​ຮັກ​ແພງ ຄອບຄົວ ຫວຽດນາມ” ໄດ້ຖືກ​ຈັດ​ຂຶ້ນ​​ແຕ່​ວັນ​ທີ 23 – 29/6, ດ້ວຍ​ການ​ເຄື່ອນ​ໄຫວ​ອຸດົມສົມ​ບຸນ​ຄື: ງານວາງສະ​ແດງ, ການພົບປະ​ແລກປ່ຽນ, ​ໂອ້​ລົມ​ສົນທະນາ, ສະ​ແດງ​ສິລະ​ປະ ​ເພື່ອແນໃສ່ເຮັດ​ໃຫ້​ຫົວ​ຂໍ້​ມີ​ລັກສະນະວັດທະນະທຳ​ມະນຸດນີ້​ພົ້ນ​ເດັ່ນ​ຂຶ້ນກ່ວາເກົ່າ. ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ໄດ້​ມີ​ລາຍການກະຈາຍສຽງ​ພິ​ເສດ​ແຕ່​ເວລາ 8 ​ໂມງ ຫາ 12 ​ໂມງ​ວັນ​ທີ 27/6, ດ້ວຍ​ຫົວ​ຂໍ້​ວ່າ: ​ໄຕ້ໄຟແຫ່ງຄວາມ​ຮັກ​ແພງ​​ໃນ​ຄອບຄົວ. ລາຍການ​ປະກອບສ່ວນ​ຊີ້​ແຈ້ງ​ຄວາມ​ໝາຍ, ຄວາມ​ສຳຄັນ, ມູນ​ເຊື້ອ​ອັນ​ດີງາມ​ຂອງ​ຄອບຄົວ ຫວຽດນາມ, ບັນດາ​ການ​ທ້າ​ທາຍ​ຂອງ​ຄອບຄົວ​ຫວຽດນາມ ​ໃນ​ປະຈຸ​ບັນ..​​. ​ເນື່ອງ​ໃນ​ໂອກາດ​ນີ້, ມວນຊົນ​ໄດ້​ເຂົ້າ​ຢ້ຽມຊົມ ບັນດາ​ເຂດ​ວາງສະ​ແດງ​ພາບ​ພົດ​ກ່ຽວ​ກັບ​ຄວາມ​ງາມ​ຂອງ​ຄອບຄົວ ຫວຽດນາມ, ບັນດາ​ການ​ເຄື່ອນ​ໄຫວ​ຄອບຄົວ​ຕິດ​ພັນ​ກັບ​ຂະ​ບວນການ “ທົ່ວ​ປວງ​ຊົນ​ສາມັກຄີ​ສ້າງ​ຊີວິດ​ວັດທະນະທຳ”, ຮູບ​ແບບ ສະ​ໂມ​ສອນ “ສ້າງ​ຄອບຄົວ​ມີ​ຄວາມ​ຜາ​ສຸກ”, “ວົງ​ຕະກຸນ​ສົ່ງ​ເສີມ​ການ​ຮຳ່​ຮຽນ, ຄອບຄົວ​ມັກ​ຮຳ່ຮຽນ.”.​.​​..​

ໃນ​ຕອນ​ເຊົ້າວັນ​ທີ 27/6, ຢູ່​ນະຄອນ​ໂຮ່ຈິ​ມິນ, ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໄດ້​ຈັດ​ກອງ​ປະຊຸມ​ຍ້ອງຍໍ​ຊົມ​ເຊີຍ​ຄອບຄົວ​​ຜາ​ສຸກ​ດີ​ເດັ່ນ​ປີ 2013. ທີ່​ກອງ​ປະຊຸມ, 128 ຄອບຄົວ​ຜາ​ສຸກທົ່ວ​ນະຄອນ​ໄດ້​ຮັບ​ການ​ຍ້ອງຍໍ​ຊົມ​ເຊີຍ. ນີ້​ແມ່ນ​ບັນດາ​ຄອບຄົວ​ເປັນ​ແບບຢ່າງດີ​ເດັ່ນ​ໃນ​ຂະ​ບວນການ​ລ້ຽງ​ສອນ​ລູກ​ຫລານ​ເປັນ​ຄົນ​ດີ. ອ້າ​ຍ ​ເຈີ່​ນວັນ​ບິງ ຢູ່​ເມືອງ 7, ນະຄອນ​ໂຮ່ຈິ​ມິນ ​ເວົ້າວ່າ:

   “ຂ້າພະ​ເຈົ້າມີ​ຄວາມເປັນ​ກຽດ ​ແລະ ມີ​ຄວາມສຸກ​ທີ່​ສຸດ​ເມື່ອ​ໄດ້​ຮັບ​ນາມມະຍົດ​ຄອບຄົວ​ຜາ​ສຸກ. ​ແຕ່​ລະ​ຄອບຄົວ​ແມ່ນ​ຈຸ​ລັງ​ຂອງ​ສັງຄົມ, ຄອບຄົວ​ທີ່​ດີ, ສັງຄົມ​ຈຶ່ງ​ດີ. ຂ້າພະ​ເຈົ້າຫວັງ​ວ່າ​ແຕ່​ລະ​ຄອບຄົວ​ໃນ​ປະ​ເທດ​ຫວຽດນາມ ຈະ​ສູ້​ຊົນ​ກາຍ​ເປັນ​ຄອບຄົວ​ຜາ​ສຸກ

 

ຂ່າວ/ບົດ​ອື່ນ