ການເຄື່ອນໄຫວສະເຫຼີມສະຫຼອງ40ປີແຫ່ງວັນປົດປ່ອຍພາກໃຕ້,ໂຮມປະເທດຊາດເປັນເອກະພາບ

ການເຄື່ອນໄຫວສະເຫຼີມສະຫຼອງ40ປີແຫ່ງວັນປົດປ່ອຍພາກໃຕ້,ໂຮມປະເທດຊາດເປັນເອກະພາບ - ảnh 1
ພິ​ທີ​ໄຂ​ງານ​ວາງ​ສະ​ແດງ​ຜົນ​ງານ “ບີ່ງ​ທ້​ວນ - 40 ປີ​ແຫ່ງ​ການ​ສ້າງ​ສາ ແລະ ພັດ​ທະ​ນາ”
(ພາບ: nhandan.com.vn)

(vovworld) - ​​​ວັນ​ທີ 15/4, ຢູ່​ນະ​ຄອນ ຟານ​ທຽດ, ແຂວງ ບີ່ງ​ທ້ວນ ໄດ້​ຈັດ​ຕັ້ງ​ພິ​ທີ​ໄຂ​ງານ​ວາງ​ສະ​ແດງ​ຜົນ​ງານ “ບີ່ງ​ທ້​ວນ - 40 ປີ​ແຫ່ງ​ການ​ສ້າງ​ສາ ແລະ ພັດ​ທະ​ນາ”. ນີ້​ແມ່ນ​ເຫດ​ການ​ເປີດ​ສາກ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຕ່າງໆສະ​ເຫຼີມ​ສະ​ຫລອງ 40 ປີ​ແຫ່ງວັນ​ປົດ​ປ່ອຍ​ແຂວງ ບີ່ງ​ທ້ວນ (19/4/1975 – 19/4/2015) ແລະ 40 ປີ​ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້​ຢ່າງ​ສົມ​ບູນ, ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ (30/4/1975 – 30/4/2015). ງາ​ນ​ວາງ​ສະ​ແດງ​ໄດ້​​ແນະ​ນຳ​ບັນ​ດາ​ຮູບ​ພາບ​ກ່ຽວ​ກັບ​ວິ​ວັດ​ທະ​ນາ​ການ​ເຄື່ອນ​ໄຫວ ແລະ ແນະ​ນຳ​ບັນ​ດາ​ຜະ​ລິດ​ຕະ​ພັນ, ຜົນ​ງານ​ເຊິ່ງ​ບັນ​ດາ​ຫົວ​ໜ່ວຍ​ບັນ​ລຸ​ໄດ້​ໃນ​ຕະຫຼອດ 40 ປີ​ຜ່ານ​ມາ. ຈຸດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຮ້ານ​ວາງ​ສະ​ແດງ​ ນັ້ນ​ແມ່ນແຕ່​ລະ​ຮ້ານ​ຖືກ​ຈັດ​ວາງ, ​ຕາມ​ຈຸດ​ພິ​ເສດ​ສະ​ເພະ​ຂອງ​ແຕ່​ລະ​ທ້ອງ​ຖິ່ນ, ຫົວ​ໜ່ວຍ. ຄະ​ນະ​ຈັດ​ຕັ້ງ​ຍັງ​ໄດ້​ຈັດ​ເຂດ​ວາງ​ສະ​ແດງ​ບັນ​ດາ​ເອ​ກະ​ສານ, ແຜນ​ທີ່ຢັ້ງ​ຢືນ​ວິ​ວັດ​ການ​ປະ​ຕິ​ບັດ ແລະ ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​​ຢ່າງ​ຕໍ່​ເນື່ອງຂອງ ຫວຽດ​ນາມ ສຳ​ລັບ​ໝູ່​ເກາະ ຮ່​ວາງຊາ ແລະ ເຈື່ອງ​ຊາ.

        ກໍ່​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ທີ່​ຫໍ​ວັດ​ທະ​ນະ​ທຳ ແມ່​ຍິງ ນະ​ຄອນ ໂຮ່​ຈີ​ມິນ ໄດ້​ໄຂ​ງານ​ວາງ​ສະ​ແດງ​ຮູບ​ແກະ​ຄວັດ​ສະ​ຫຼັກ​ແມ່ ຫວຽດ​ນາມ​ວິ​ລະ​ຊົນ ແລະ ບັນ​ດາ​ນັກ​ວິ​ລະ​ຊົນ​ຍິງ ຂອງ​ກຳ​ລັງ​ປະ​ກອບ​ອາ​ວຸດ​ປະ​ຊາ​ຊົນ ຫວຽດ​ນາມ.


ຂ່າວ/ບົດ​ອື່ນ