ການເຄື່ອນໄຫວສະເຫຼີມສະຫຼອງ42ປີວັນປົດປ່ອຍພາກໃຕ້,ທ້ອນໂຮມປະເທດຊາດເປັນເອກະພາບ

(vovworld) - ​ໃນ​ຊຸມ​ມື້ນີ້, ຢູ່​ຫຼາຍ​ທ້ອງ​ຖີ່​ນ​ໃນ​ທົ່ວ​ປະ​ເທດ​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຕ່າງໆ ​ເພື່ອສະ​ເຫຼີ​ມສະຫຼອງ 42 ປີ​ແຫ່ງ​ວັນ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ (30/4/1975-30/4/2017).

ການເຄື່ອນໄຫວສະເຫຼີມສະຫຼອງ42ປີວັນປົດປ່ອຍພາກໃຕ້,ທ້ອນໂຮມປະເທດຊາດເປັນເອກະພາບ - ảnh 1
ພາບ​ປະ​ກອບ

ຕອນ​ຄຳ່​ວັນ​ທີ 29/4, ຢູ່​ເຂດ​ອະນຸ​ສາ​ວະລີ​ໄຊຊະນະ (ນະຄອນ ດ້ຽນບຽນ​ຝູ, ​ແຂວງ ດ້ຽນບຽນ), ​ໄດ້​ດຳ​ເນີນ​ລາຍການ​ສິລະ​ປະ “ປະ​ເທດ​ຊາດ​ຢູ່​ໃນ​ໃຈ“, ​ເຊິ່ງ​ໄດ້​ວາດ​ພາບ​ບັນຍາກາດ​ອັນ​ສະຫງ່າ​ອົງອາດ​ຂອງ​ປະ​ເທດ​ຊາດ, ​ເຮັດ​ໃຫ້​ຜູ້​ຊົມ​ມີ​ຄວາມ​ເຂົ້າ​ໃຈ ​ແລະ ​ເຄົາລົບ​ບັນດາ​ຄຸນຄ່າ​ປະຫວັດສາດ​ຂອງ​ຊາດ ຫວຽດນາມ​ຕື່ມ​ອີກ.

​ໃນ​ລະຫວ່າງ​ວັນ​ທີ 28/4-19/5, ຢູ່​ເຂດ​ປູຊະນີຍະສະຖານ​ປະຫວັດສາດ​ຄຸກ​ກັກ​ຂັງ​ນັກ​ໂທດ​ກອມ​ມູນິດ ຫວຽດນາມ/ຟູ໋ກວົກ ​ໄດ້​ຈັດ​ຕັ້ງ​ງານ​ວາງສະ​ແດງ​ວິຈິດ​ສິນ​ຂອງ​ຈິດຕະກອນ ກາວ​ເລກ​ວາງ. ງານ​ວາງສະ​ແດງ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ຄວາມ​ເຈັບ​ແສບ​ຈາກ​ສົງຄາມ, ດ້ວຍ​ຫົວ​ຂໍ້ “ປະ​ເທດ​ຊາດ​ບົນ​ທະ​ເລ“. ຜ່ານ​ນີ້ ຈິດຕະກອນ ກາວ​ເລກ​ວາງ ຢາກ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ບັນດາ​ວິລະ​ຊົນ​ນັກຮົບ​ທີ່​ໄດ້​ເສຍສະຫຼະ​ຊີວິດ​ຢູ່​ຄຸກ​ຟູ໋ກວົກ.

​ເຈືອ​ຈານ​ໃນ​ບັນຍາກາດ​ຂອງປະຊາຊົນ​ທົ່ວ​ປະ​ເທດ ​ແລະ ຊາວ​ຫວຽດນາມ ຢູ່​ໃນ​ໂລກ. ຕອນ​ເຊົ້າ​ວັນ​ທີ 30/4, ສະມາຄົມ​ຊາວ ກຳປູ​ເຈຍ ​ເຊື້​ອຊາດ ຫວຽດນາມ ຢູ່ ພະນົມ​ເປັນ ​ໄດ້​ຈັດ​ຕັ້ງພິທີສະ​ເຫຼີ​ມສະຫຼອງ 42 ປີ​ແຫ່ງ​ວັນ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ. ​ເພື່ອ​ທົບ​ທວນຄືນ​ມູນ​ເຊື້ອ​ຕໍ່ສູ້​ປະຕິວັດ​ອັນ​ພິລະ​ອາດ​ຫານ​ຂອງ​ຊາດ ຫວຽດນາມ, ​ແລະ ສະ​ແດງ​ຄວາມ​ຮູ້​ບຸນ​ຄູນ​ຕໍ່​ບັນດາ​ວິລະ​ຊົນ, ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ຄອບຄົວ​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ​່ການ​ປະຕິວັດ ​ແລະ ບັນດາ​ທະຫານ​ເສຍ​ອົງຄະ​ເຊິ່ງ​ໄດ້​ເຂົ້າ​ຮ່ວມ​ການ​ຕໍ່ຕ້ານ​ເພື່ອ​ພາລະກິດ​ປົດ​ປ່ອຍ​ຊາດ.

​ໃນ​ໂອກາດ​ນີ້, ສະຖານທູດ ຫວຽດນາມ​ປະຈຳ ຝລັ່ງກໍ່​ຈັດ​ຕັ້ງ​ພິທີ​ໂຮມ​ຊຸມ​ນຸມສະ​ເຫຼີ​ມສະຫຼອງ 42 ປີ​ແຫ່ງ​ວັນ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ ​ແລະ 40 ປີ ​ແຫ່ງ​ວັນ​ເປີດ​ສະຫຼອງ​ສຳນັກງານ​ທຳ​ອິດ​ຂອງ​ສະຖານທູດ ສາທາລະນະ​ລັດ ປະຊາທິປະ​ໄຕ ຫວຽດນາມ ປະຈຳ ຝລັ່ງ (29/4/1977-29/4/2017). ກ່າວ​ຄວາມ​ເຫັນ​ນະ​ພິທີ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ເລ​ຮ່ວາຍ​ຈູງ, ​ເນັ້ນ​ໜັກ​ວ່າ:

​ໄຊຊະນະ 30/4 ​ໄດ້​ເປັນ​ຂີດ​ໝາຍ​ບາດ​ລ້ຽວຕັດສິນ​ໃນ​ປະຫວັດສາດ​ຂອງ​ປະ​ເທດ, ນຳ​ຫວຽດນາມ​ກ້າວ​ເຂົ້າ​ສູ່​ສັກກະ​ລາດ​​ແຫ່ງ​ເອກະລາດ, ​ເສລີພາບ, ພັດທະນາ ​ແລະ ລັດທິ​ສັງຄົມ​ນິຍົມ. ພາຍຫຼັງ 42 ປີ ​ແຫ່ງ​ການ​ປົດ​ປ່ອຍ​ພາກ​ໃຕ້, ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ​ນັ້ນ, ຈາກ​ປະ​ເທດ​ໜຶ່ງ​ທີ່​ທຸກ​ຍາກ​ຫຼ້າ​ຫຼັງ, ຖືກ​ສົງຄາມ​ທຳລາຍ​ຢ່າງ​ໜັກໜ່ວງ, ຫວຽດນາມ​ໄດ້​ມີ​ບາດກ້າວ​ພັດທະນາ​ຢ່າງ​ໄວ​ຕາມ​ທິດ​ຫັນ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ. ພາຍຫຼັງ 30 ປີ​ແຫ່ງ​ການ​ປ່ຽນ​ໃໝ່, ກຳລັງ​ບົ່ມ​ຊ້ອນ​ດ້ານ​ເສດຖະກິດ, ອິດ​ທິພົນ, ທີ່​ຕັ້ງ​ສາກົນ​ຂອງ​ປະ​ເທດ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ, ກຳລັງ​ແຮງ​ສັງ​ລວມຂອງ​ປະ​ເທດ​ໄດ້​ເພີ່ມ​ຂຶ້ນ​ຫຼາຍ, ສ້າງ​ເປັນ​ທ່ວງທ່າ ​ແລະ ກຳລັງ​ໃໝ່​ເພື່ອ​ໃຫ້​ປະ​ເທດ​ຊາດ​ສືບ​ຕໍ່​ກ້າວ​ຂຶ້ນ“.

ຂ່າວ/ບົດ​ອື່ນ