ການເຄື່ອນໄຫວສະເຫຼີມສະຫຼອງ70ປີແຫ່ງວັນການປະຕິວັດເດືອນ8ແລະວັນຊາດ2/9ຢູ່ຫຼາຍປະເທດ

ການເຄື່ອນໄຫວສະເຫຼີມສະຫຼອງ70ປີແຫ່ງວັນການປະຕິວັດເດືອນ8ແລະວັນຊາດ2/9ຢູ່ຫຼາຍປະເທດ - ảnh 1
(ສະຖານທູດ​ຫວຽດນາມ ​ປະຈຳ​ລາວ ​ໄດ້​ຈັດ​ງານ​ລ້ຽງ
ສະ​ເຫຼີ​ມສະຫຼອງ 70​ ປີ​ແຫ່ງ​ວັນຊາດຫວຽດນາມ ທີ 2/9)


(vovworld) - ຕອນ​ຄຳ່​ວັນ​ທີ 28/8, ຢູ່​ນະຄອນຫຼວງ​ວຽງ​ຈັນ, ສະຖານທູດ​ຫວຽດນາມ ​ປະຈຳ​ລາວ ​ໄດ້​ຈັດ​ງານ​ລ້ຽງ ສະ​ເຫຼີ​ມສະຫຼອງ 70​ ປີ​ແຫ່ງ​ວັນຊາດຫວຽດນາມ ທີ 2/9 (2/9/1945-2/9/2015). ນະ​ພິທີ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ​ ປະຈຳ​ລາວ ຫງວຽນ​ແມ້ງ​ຮຸ່ງ ​ໄດ້​ທົບ​ທວນຄືນ​ບັນດາ​ຂີດ​ໝາຍ​ປະຫວັດສາດ​ອັນ​ສະຫງ່າ​ລາສີ​ຂອງ​ຊາດ​ຫວຽດນາມ ​ໃນ​ຕະຫຼອດ 70 ປີຜ່ານມາ. ທ່ານ​ໃຫ້​ຮູ້​ວ່າ ​ໄຊຊະນະ ​ແລະ ຜົນງານ​ແຕ່ລະ​ຢ່າງ​ຂອງ​ປະຊາຊົນ​ຫວຽດນາມ ​ໃນ 70 ປີຜ່ານມາ ​ລ້ວນ​ແຕ່​ມີ​ການ​ສະໜັບສະໜູນ, ການ​ຊ່ວຍ​ເຫຼືອ​ອັນ​ລຳ້​ຄ່າ​ຂອງ​ເພື່ອນ​ມິດສາ​ກົນ, ພິ​ເສດ​ແມ່ນ​ຄວາມ​ສາມັກຄີ ​ແລະ ການ​ຊ່ວຍ​ເຫຼືອ​ອັນ​ໃຫຍ່​ຫຼວງ, ຖາ​ຍອ້າ​ຍນ້ອງ​ຂອງ​ພັກ ​ແລະ ປະຊາຊົນ​ລາວ.

        ຕອນ​ຄຳ່​ວັນ​ດຽວ​ກັນ, ສະຖານທູດ​ຫວຽດນາມ ​ປະຈຳ​ອີ​ຢີບ ກໍ່​ຈັດ​ຕັ້ງ​ພິທີ​ສ​ະ​ເຫຼີ​ມສະຫຼອງ 70 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ຂະ​ແໜງ​ການ​ທູດ​ຫວຽດນາມ (28/8/1945-28/8/2015). ກ່າວ​ຄວາມ​ເຫັນ​ທີ່​ພິທີ. ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ​ ປະຈຳອີ​ຢີບ ດ່າວ​ແທ່ງ​ຈູງ ຊີ້​ແຈ້ງວ່າ:

        “ຂ້າພະ​ເຈົ້າ​ຫວັງ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ໂດຍສືບ​ທອດ​ມູນ​ເຊື້ອ​ອັນ​ສະຫງ່າ​ລາສີ​ຂອງ​ລຸ້ນກ່ອນ, ພວກ​ເຮົາ​ຈະ​ສຳ​ເລັດ​ໜ້າ​ທີ່​ເຊິ່ງພັກ, ລັດ​ໄດ້​ມອບ​ໝາຍ​ໃຫ້. ນັ້ນ​ແມ່ນ​ປະຕິບັດ​ວຽກ​ງານ​ການ​ທູດ​ການ​ເມືອງ, ການ​ທູດ​ເສດຖະກິດ, ການ​ທູດ​ວັດທະນະທຳ ​ແລະ ວຽກ​ງານ​ຊາວ​ຫວຽດນາມ​ ຢູ່​ຕ່າງປະ​ເທດ​ເປັນ​ຢ່າງ​ດີ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ຫວຽດນາມ ​ກັບ​ອີ​ຢີບ ​ແລະ ປະ​ເທດ​ຕ່າງໆ​ໃນ​ທຸກ​ຂົງ​ເຂດ.“.

        ​ໃນ​ໂອກາດ​ນີ້, ສະຖານທູດ​ຫວຽດນາມ ​ປະຈຳອິນ​ເດຍ, ສະຖານທູດ​ຫວຽດນາມ ​ປະຈຳ ມາຣົກ ​ແລະ ສະຖານທູດ​ຫວຽດນາມ ​ປະຈຳ ຈີ​ເລ ​ກໍ່​ຈັດ​ຕັ້ງພິທີສະ​ເຫຼີ​ມສະຫຼອງ 70​ ປີ​ແຫ່ງ​ວັນຊາດຫວຽດນາມ ທີ 2/9 ​ເຊັ່ນ​ດຽວ​ກັນ.

ຂ່າວ/ບົດ​ອື່ນ