ການເຄື່ອນໄຫວສະເຫຼີມສະຫຼອງບຸນປີໃໝ່ ປີມະເສງ ຂອງປະຊາຊົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ

ການເຄື່ອນໄຫວສະເຫຼີມສະຫຼອງບຸນປີໃໝ່ ປີມະເສງ ຂອງປະຊາຊົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ - ảnh 1
ພິທີພາວະນາ​ຂໍ້ການ​ດຳລົງ​ຊີວິດ​ຂອງຊາວ​ຫວຽດນາມ
ອາ​ໄສ​ຢູ່​ປາຣີ ມີ​ຄວາມ​ສະຫງົບ​ສຸກ
(ພາບ: chinhphu.vn)


(vovworld) -     ຕອນ​ເຊົ້າ​ວັນ​ທີ 10/02 (ກົງ​ກັບວັນ​ທີ 1 ຂອງ​ບຸນປີ​ໃໝ່ ປີ​ມະ​ເສ​ງ), ຢູ່​ວັດ ຈຸກ​​ເລີມ ​ນະຄອນ Villebon sur Yvette, ປະ​ເທດ ຝລັ່ງ, ​ໄດ້​ຈັດ​ພິທີພາວະນາ​ຂໍ້ການ​ດຳລົງ​ຊີວິດ​ຂອງຊາວ​ຫວຽດນາມ ອາ​ໄສ​ຢູ່​ປາຣີ ​ແລະ ບັນດາ​ເຂດ​ອ້ອມຂ້າງມີ​ຄວາມ​ສະຫງົບ​ສຸກ. ມີ​ພະນັກງານ, ການ​ນຳ​ສະຖານທູ​ດຫວຽດນາມ​ປະຈຳ​ຝລັ່ງ, ຄະນະປະຈຳ​ຫວຽດນາມ ຢູ່ຄຽງ​ຂ້າງ​ອົງການ​ສຶກສາ, ວິທະຍາສາດ ​ແລະ ວັດທະນະທຳ ສະຫະ​ປະຊາ​ຊາດ (UNESCO) ປະຈຳ​ຝລັ່ງ ​ແລະ ບັນດາ​ອົງການ​ຕ່າງ​ໜ້າ​ສື່ສານ, ອົງການ​ການ​ຄ້າ, ການ​ທະຫານ​ຫວຽດນາມ... ກວ່າ 300 ທ່ານ ​ໄດ້​ເຂົ້າ​ຮ່ວມ​ພິທີ. ພໍ່​ແມ່ປະຊາຊົນຊາວ​ຫວຽດນາມ ​ເປັນ​ຈຳນວນ​ຫຼວງ​ຫຼາຍຢູ່​ວັດ​ຈຸກ​ເລີມ ​​ໄດ້​ສະ​ແດງນ້ຳ​ໃຈ​ອ່ວາຍ​ເມືອ​ຫາ​ບ້ານ​ເກີດ​ເມືອງ​ນອນ ດ້ວຍ​ຄວາມ​ຫວັງ​ຂໍ້​ໃຫ້​ປະ​ເທດ​ຊາດ​ມີ​ຄວາມ​ສະຫງົບ​ສຸກ, ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ການ​ທ້າ​ທາຍ​ໃນ​ພາຍ​ພາກ​ໜ້າ. ​ແລະ ກໍ່​ໃນ​ວັນ​ດຽວ​ກັນ, ຢູ່​ວັນ Ladakh – BudVihar ຢູ່​ນະຄອນຫຼວງ New Deli, ຜູ້​ຕ່າງ​ໜ້າສາສະ​ນີກກະ​ຊົນ​ນັກ​ສຶກສາຫວຽດນາມ ກໍຈັດ​ຕັ້ງ​ພິທີອວຍພອນ​ປີ​ໃໝ່ ປີມະ​ເສ​ງ ​ແລະ ພາວະນາ​ຂໍ້​ໃຫ້​ມີຄວາມ​ສະຫງົບ​ສຸກດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ພະນັກງານ, ພາລະ​ກອນ​ສະຖານທູດ, ບັນດາ​ອົງການ​ຕ່າງ​ໜ້າ​ຂອງ​ຫວຽດນາມ ປະຈຳ​ອີນ​ເດຍ ​ແລະ ນັກ​ສຶກສາ​ຫວຽດນາມ ທີ່​ພວມ​ຮໍ່າຮຽນ​ຢູ່​ທີ່​ນີ້.

ຂ່າວ/ບົດ​ອື່ນ