ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງວັນ​ຊາດ​ຫວຽດ​ນາມ​ຢູ່​ບັນ​ດາ​ປະ​ເທດ​ໃນ​ໂລກ

(VOVWORLD) - ເນື່ອງໃນໂອກາດນີ້, ທ່ານ ສີທອງ ຈິດໂຍທິນເອກອັກຄະລັດຖະທູດລາວ ແລະ ຄະນະຜູ້ແທນສະຖານທູດລາວ ປະຈຳ ໂອຕາລິດໄດ້ມາຖະຫວາຍທູບທຽນ ແລະ ອວຍພອນວັນຊາດຫວຽດນາມ.

ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງວັນ​ຊາດ​ຫວຽດ​ນາມ​ຢູ່​ບັນ​ດາ​ປະ​ເທດ​ໃນ​ໂລກ - ảnh 1ສະຖານທູດຫວຽດນາມ ປະຈຳ ໂອຕາລິດໄດ້ຈັດພິທີຖະຫວາຍທູບທຽນ, ບູຊາອາໄລຫາປະທານໂຮ່ຈີມິນ

(ພາບ: ກະຊວງການຕ່າງປະເທດ) 

ວັນທີ 2 ກັນຍາ, ທ່ານ Subrahmanyam Jaishankar ລັດຖະມົນຕີກະຊວງການຕ່າງປະເທດ ອິນເດຍໄດ້ສົ່ງຄຳອວຍພອນມາຍັງປະຊາຊົນຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນຊາດຫວຽດນາມ. ໃນຄຳອວຍພອນ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອິນເດຍໄດ້ສະແດງຄວາມເຊື່ອໝັ້ນຕໍ່ການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອດດ້ານລະຫວ່າງ ສອງປະເທດ ຈະມີການພັດທະນາຢ່າງບໍ່ຢຸດຢັ້ງ.

ແລະກໍ່ໃນວັນດຽວກັນ, ສະຖານທູດຫວຽດນາມ ປະຈຳ ໂອຕາລິດໄດ້ຈັດພິທີຖະຫວາຍທູບທຽນ, ບູຊາອາໄລຫາປະທານໂຮ່ຈີມິນ ເນື່ອງໃນໂອກາດສະເຫຼີມ 75 ປີແຫ່ງວັນຊາດ ສສຫວຽດນາມ. ກ່າວຄຳເຫັນທີ່ພິທີຖະຫວາຍທູບທຽນ, ທ່ານ ເລຢຸງ ເອກອັກຄະລັດຖະທູດ ໄດ້ຫວນຄືນບັນດາຂີດໝາຍສຳຄັນຂອງໄລຍະທາງ 75 ປີແຫ່ງການຕໍ່ສູ້ປົດປ່ອຍຊາດ ແລະ ສ້າງສາປະເທດ ນັບແຕ່ມື້ທີ່ ປະທານໂຮ່ຈີມິນ ກ່າວຖະແຫຼງການປະກາດເອກະລາດ, ສະຖາປະນາປະເທດ ສາທາລະນະລັດ  ປະຊາທິປະໄຕ ຫວຽດນາມ.

        ເນື່ອງໃນໂອກາດນີ້, ທ່ານ ສີທອງ ຈິດໂຍທິນເອກອັກຄະລັດຖະທູດລາວ ແລະ ຄະນະຜູ້ແທນສະຖານທູດລາວ ປະຈຳ ໂອຕາລິດໄດ້ມາຖະຫວາຍທູບທຽນ ແລະ ອວຍພອນວັນຊາດຫວຽດນາມ.

ໃນວັນທີ 2 ກັນຍາຢູ່ນະຄອນຫຼວງ Vacsava, ສະຖານທູດຫວຽດນາມ ປະຈຳໂປໂລຍ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 75 ປີແຫ່ງວັນຊາດ ທີ 2 ກັນຍາ ຫວຽດນາມຢ່າງສົມກຽດ ແລະ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ - ໂປໂລຍ.

        ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນຮຸ່ງ ເອກອັກຄະລັດຖະທູດຫວຽດນາມປະຈຳໂປໂລຍໄດ້ເນັ້ນໜັກເຖິງຄວາມໝາຍຂອງເຫດການຫວຽດນາມ ແລະ ໂປໂລຍສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການໃນປີ 1950, ພ້ອມທັງສັງລວມວິວັດການພັດທະນາ ແລະ ບັນດາຂີດໝາຍໃໝ່ໃນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມື ຫຼາຍດ້ານລະຫວ່າງສອງປະເທດ, ທ່ານກໍ່ສະແດງຄວາມເຊື່ອໝັ້ນວ່າ ການພົວພັນສອງຝ່າຍຈະສືບຕໍ່ພັດທະນາຢ່າງຮອບດ້ານໃນຫຼາຍຂົງເຂດພິເສດແມ່ນເສດຖະກິດ, ການຄ້າເພື່ອເຮັດໃຫ້ການພົວພັນຄູ່ຮ່ວມມືເລິກເຊິ່ງກ່ວາອີກ ແລະ ເສີມຂະຫຍາຍຄວາມສາມາດບົ່ມຊ້ອນທີ່ມີຢູ່ແລ້ວຂອງສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ