ການເຄື່ອນໄຫວສະເຫຼີມສະຫຼອງວັນທະຫານເສຍອົງຄະ,ນັກຮົບເສຍສະຫຼະຊີວິດເພື່ອຊາດແຂວງກຽນຢາງ

ການເຄື່ອນໄຫວສະເຫຼີມສະຫຼອງວັນທະຫານເສຍອົງຄະ,ນັກຮົບເສຍສະຫຼະຊີວິດເພື່ອຊາດແຂວງກຽນຢາງ - ảnh 1
ພິທີ​ກໍ່​ສ້າງ​ແຜນ​ສີ​ລາ​ປູຊະນີຍະ​ສະ​ຖານ​ສຳນັກ​ບັນຊາ
ບັນດາ​ກຳລັງ​ປະກອບ​ອາ​ວຸດກອງ​ທະຫານ​ແຂວງ ​ແຣກຢ໋າ
(ພາບ: TTXVN)


​​(vovworld) – ພິທີ​ສະ​ເຫຼີມສະຫຼອງ 68 ປີ​ແຫ່ງ​ວັນທະຫານ​ເສຍ​ອົງຄະ, ນັກຮົບ​ເສຍ​ສະ​ຫຼະຊີ​ວິດ​ເພື່ອ​ຊາດ (27/07/1947 – 27/07/2015), ວັນ​ທີ 26/07, ຢູ່​ແຂວງ​ກຽນ​ຢາງ, ​ໄດ້​ຈັດ​ພິທີ​ກໍ່​ສ້າງ​ແຜນ​ສີ​ລາ​ປູຊະນີຍະ​ສະ​ຖານ​ສຳນັກ​ບັນຊາບັນດາ​ກຳລັງ​ປະກອບ​ອາ​ວຸດກອງ​ທະຫານ​ແຂວງ ​ແຣກຢ໋າ (ປະ​ຈຸ​ບັນ​ແມ່ນ​ແຂວງ​ກຽນ​ຢາງ) ​ໃນ​ການ​ຕໍ່ສູ້​ຕ້ານ​ຈັດ​ກະ​ພັດ​ອາ​ເມ​ລິ​ກາ (​ໄລຍະ 1967 - 1969), ຢູ່​ບ້ານ ​ເບີ່​​​ເຢື, ຕາ​ແສງ ​ແທ້ງ​ອຽນ, ​ເມືອງ ອຸ​ມິ​ງ​ເທື້ອງ.

        ກ່າ​ວຄຳ​ເຫັນ​ທີ່​ພິທີ, ທ່າ​ນາຍົກລັດຖະມົນຕີ ຫງວຽນ​ເຕີນຢຸງ ​ໄດ້​ຮຽກ​ຮ້ອງ​ໃຫ້​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ, ທະຫານ ​ແລະ ປະຊາຊົນ​ແຂວງ​ກຽນ​ຢາງ ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ອັນ​ສູງ​ສົ່ງ, ນຳ​ແຂວງ​ກຽນ​ຢາງ ພັດທະນາ​ຢ່າງ​ວ່ອງ​ໄວ, ​ເຂັ້ມ​ແຂງ ​ແລະ ຮອບດ້ານ​ກວ່າ; ​ເອົາ​ໃຈ​ໃສ່​ເຖິງ​ຊີວິດ​ການ​ເປັນ​ຢູ່ຂອງ​ປະ​ຊາ​ຊົນ, ພິ​ເສດ​ແມ່ນ​ບັນດາ​ຄອບຄົວ​ນະ​ໂຍບາຍ, ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ. ນັ້ນ​ແມ່ນ​ວຽກ​ງານ​​ແທດ​ຈິງ​ທີ​ສຸດ, ​ເພື່ອ​ຕອບ​ບຸນ​ແທນ​ຄຸນບັນດາ​ນັກຮົບ, ​ເພື່ອນ​ຮ່ວມ​ກົມ​ກອງ ​ແລະ ປະຊາຊົນ​ທີ່​ໄດ້​​ເສຍສະ​ຫຼະຊີວິດ​ເພື່ອ​ເອກະລາດ, ​ເສລີພາບ​ຂອງ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ