ການເຄື່ອນໄຫວສະເຫລີມສະຫລອງ60ປີແຫ່ງວັນແພດໝໍຫວຽດນາມ

ການເຄື່ອນໄຫວສະເຫລີມສະຫລອງ60ປີແຫ່ງວັນແພດໝໍຫວຽດນາມ - ảnh 1
ທ່ານ​ຮ​ອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດືກ​ດາມກ່າວ​ຄຳ​ເຫັນ
ທີ່​ພິ​ທີ
ພາບ:baomoi.com

(vovworld)- ຕອນ​ຄ່ຳ​ວັ​ນ​ທີ 27/2 ຢູ່ ຮ່າ​ໂນ້ຍ, ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ພິ​ທີ​ສະ​ເຫລີ​ມ​ສະ​ຫລອງ 60 ປີ​ແຫ່ງວັນ​ແພດ​ໝໍ​ຫວຽດ​ນາມ ແລະ ລາຍ​ການ​ສະ​ແດງ​ສິ​ລະ​ປະ “​ສາ​ທາ​ລະ​ນະ​ສຸກ​ຫວຽດ​ນາມ - 60 ປີປະ​ຕິ​ບັດ​ຕາມ​ຄຳ​ສັ່ງ​ສອນ​ຂອງ​ປະ​ທານ​ໂຮ່​ຈິ​ມີນ”. ອ່ານ​ສູນ​ທອນ​ພົດ​ທີ່​ພິ​ທີ, ທ່ານ​ນາງ ຫງວຽນ​ທິ​ກີມ​ຕຽນ ໄດ້​ທົບ​ທວນ​ຄືນ​ມູນ​ເຊື້ອ​ອັນ​ສະ​ຫງ່າ​ລາ​ລີ​ຂອງ​ຂະ​ແຫນງ​ສາ​ທາ​ລະ​ນະ​ສຸກ​ຫວຽດ​ນາມ ຜ່ານ​ບັນ​ດາ​ໄລ​ຍະ​ປະ​ຫວັດ​ສາດ.

        “ຕະ​ຫ​ລອດ 60 ປີ​ຜ່ານ​ມາ, ໂດຍ​ຊາບ​ຊ​ືມ​ຄຳ​ສັ່ງ​ສອນ​ຂອງ​ປະ​ທານ​ໂຮ່​ຈິ​ມີນ, ຂະ​ແຫນງ​ສາ​ທາ​ລະ​ນະ​ສຸກ ຫວຽດ​ນາມ ໄດ້​ສູ້​ຊົນ​ຢ່າງບໍ່​ຢຸດຢັ້ງ, ຜ່ານ​ຜ່າ​ທຸກ​ຄວາມ​ຫຍຸ້ງ​ຍາກ​ລຳ​ບາກ ບືນ​ຕົວ​ຂຶ້ນ​ສຳ​ເລັດ​ຫນ້າ​ທີ່ ຊື່ງ​ພັກ ແລະ ລັດ, ປະ​ຊາ​ຊົນ​ມອບ​ໝາຍ​ເປັນ​ຢ່າງ​ດີ.”   
ຕາງ​ຫນ້າ​ໃຫ້​ພັກ, ລັດ, ທ່ານ​ຮ​ອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດືກ​ດາມ ໄດ້​ມອບ​ຫລຽນ​ໄຊ​ແຮງ​ງານ​ຊັ້ນ​ຫນຶ່ງໃຫ້​ແກ່​ຂະ​ແຫນງ​ສາ​ທາ​ລະ​ນະ​ສຸກ​ຫວຽດ​ນາມ.

ໃນ​ວັນ​ດຽວ​ກັນ, ພະ​ແນກ​ສາ​ທາ​ລະ​ນະ​ສຸກ ນະ​ຄອນ ໂຮ່​ຈິ​ມີນ ໄດ້​ສົມ​ທົບ​ກັບ​ຄະ​ນະ​ຊົນ​ເຜົ່າ​ນະ​ຄອນ ຈັດ​ຕັ້ງ​ການ​ພົບ​ປະ​ແລກ​ປ່ຽນ​ກັບ​ແພດ​ໝໍ​ຊາວ​ຊົນ​ເຜົ່າ ​ເກືອບ 50 ຄົນ ທີ່​ພວມ​ເຮັດ​ວຽກ​ຢູ່​ບັນ​ດາ​ໂຮງ​ໝໍ​ໃນ​ນະ​ຄອນ. ໃນ​ຂະ​ນະ​ນັ້ນ ຕອນ​ຄ່ຳ​ວັນ​ທີ 27/2, ຢູ່​ນະ​ຄອນ​ຫລວງ ມົດ​ສະ​ກູ, ສະ​ມາ​ຄົມ​ການ​ແພດ- ການ​ຢາ​ຫວຽດ​ນາມ ຢູ່ ສະ​ຫະ​ພັນ​ລັດ​ເຊຍ ໄດ້​ຈັດ​ຕັ້ງການ​ພົບ​ປະ​ສັງ​ສັນ​ເນື່ອງ​ໃນ​ໂອ​ກາດ​ 60 ປີ​ວັນ​ແພດ​ໝໍ​ຫວຽດ​ນາມ.

ຂ່າວ/ບົດ​ອື່ນ