ການເຄືື່ອນໄຫວສະເຫລີມສະຫລອງ85ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ

ການເຄືື່ອນໄຫວສະເຫລີມສະຫລອງ85ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ - ảnh 1
ພິ​ທີ​ສະ​ເຫລີມ​ສະ​ຫລອງ85 ປີ​ແຫ່ງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ
ພາບ:vov

(vovworld)- ​ ​ວັນ​ທີ 27/1, ສະ​ຖານ​ທູດ​ຫວຽດ​ນາມ​ປະ​ຈຳ​ອີຢ​ີບ ​ໄດ້ຈັດ​ຕັ້ງ​ພິ​ທີ​ໂຮມ​ຊຸມ​ນຸມ​ມິດ​ຕິງ​ສະ​ເຫລີ​ມ​ສະ​ຫລອງ 85 ປີ​ແຫ່ງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ (3/2/1930-3/2/2015). ກ່າວ​ຄຳ​ເຫັນ​ນະ​ພິ​ທີ, ທ່ານ ດາວ​ແທງ​ຈູງ, ເອກ​ອັກ​ຄະ​ລັດ​ຖະ​ທ​ູ​ດ​ຫວຽດ​ນາມ ປະ​ຈຳ ອີ​ຢີບ ຢືນ​ຢັນ​ວ່າ: ໃນ 85 ປີ​ແຫ່ງ​ການ​ສ້າງ​ຕັ້ງ ແລະ ເຕີບ​ໃຫຍ່, ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໄດ້​ນຳ​ພາ​ປະ​ຊາ​ຊົນ​ຫວຽດ​ນາມ ຜ່ານ​ຜ່າ​ຄວາ​ມ​ຫຍຸ້ງ​ຍາກ, ສິ່ງ​ທົດ​ສອບ​ນາໆ​ປະ​ການ, ນຳ​ປະ​ເທດ​ຊາດ​ຫລຸດ​ພົ້ນ​ອອກ​ຈາກ​ສະ​ພາບ​ອຶດ​ຫິວ​ທຸກ​ຍາກ, ດ້ອຍ​ພັດ​ທະ​ນາ, ມີ​ທີ່​ຕັ້ງ​ບົດ​ບາດ​ນັບ​ມື້​ນັບ​ສຳ​ຄັນ​ໃນ​ພາກ​ພື້ນ ແລະ ໃນ​ໂລກ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ດາວ​ແທງ​ຈູງ ເນັ້ນ​ຫນັກ​ວ່າ: ການ​ຊີ້​ນຳ​ນຳ​ພາ​ອັນ​ຖືກ​ຕ້ອງ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໄດ້​ນຳ​ການ​ປະ​ຕິ​ວັດ​ຫວຽດ​ນາມ ຍາດ​ໄດ້​ບັນ​ດາ​ຜົນ​ງານ​ອັນ​ໃຫຍ່​ຫລວງ, ຍາດເອົາ​ເອ​ກະ​ລາດ, ອະ​ທິ​ປະ​ໄຕ, ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ.

ຂ່າວ/ບົດ​ອື່ນ