ການເຄື່ອນໄຫວສະເຫລີມສະຫລອງວັນກຳມະກອນສາກົນ1/5ແລະເດືອນກຳມະກອນ

ການເຄື່ອນໄຫວສະເຫລີມສະຫລອງວັນກຳມະກອນສາກົນ1/5ແລະເດືອນກຳມະກອນ - ảnh 1
ພາບປະກອບ:internet


(vovworld)-ວັນ​ທີ 29/4, ມີ​ສະມາຊິກ​ກຳມະບານ​ກວ່າ 250 ຄົນ ຢູ່​ແຂວງ ​​​ຟຸູອຽນ ​ໄດ້​ເຂົ້າ​ຮ່ວມ​ພິທີ​ປຸກລະດົມ​ເດືອນກຳມະກອນ​ປີ 2014 ​ແລະ ສະ​ເຫລີ​ມສະຫລອງ 128 ປີ​ແຫ່ງ​ວັນ​ກຳມະກອນ​ສາກົນ 1/5 ​ໂດຍ​ສະຫະພັນ​ແຮງ​ງານ​ແຂວງ ​ຟູ​ອຽນ ຈັດ​ຕັ້ງ​ຂຶ້ນ. ​ໃນ​ວັນ​ດຽວ​ກັນ, ສະ​ຫະພັນ​ແຮງ​ງານ​ແຂວງ ຕວຽນ​ກວາງ ກໍ​ໄດ້​ປຸກລະດົມ “​ເດືອນ​ກຳມະກອນ​ປີ 2014”. ດ້ວຍ​ຫົວ​ຂໍ້ “ກຳມະກອນ​ຮ່ວມ​ເດີນທາງ​ເພື່ອ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ວິ​ສາ​ຫະກິດ”, ​ເດືອນ​ກຳມະກອນ​ປີ 2014 ​ແມ່ນ​ສຸມ​ໃສ່​ເຂົ້າ​ໃນ 5 ຫນ້າ​ທີ່​ຈຸດ​ສຸມ, ​ໃນ​ນັ້ນ ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ເບີ່​ງ​ແຍງ,​ ປົກ​ປ້ອງ​ສິດ ​ແລະ ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ຄົນ​ງານ.

                   ສ່ວນ​ຢູ່​​ແຂວງ ດັກ​ລັກ ກໍ​ໄດ້​ຈັດການ​ເຄື່ອນ​ໄຫວ​ເຊີດ​ຊູ​ບັນດາ​ແບບຢ່າງ​ດິ​ເດັ່ນ​ໃນ​ການ​ອອກ​ແຮງ​ງານ.      ທ່ານ ​ເຈີ​ນຕວນ​ແອ​ງ, ປະທານ​ສະຫະພັນ​ແຮງ​ງານ ​ແຂວງ ດັກ​ລັກ ​ໃຫ້​ຮູ້​ວ່າ:

                   “ພວກ​ຂ້າພະ​ເຈົ້າ​ໄດ້​ປຸກລະດົມ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ​ໃນ​ກຳມະກອນ,ລັດຖະກອນ, ຜູ້​ອອກ​ແຮງ​ງານ. ພວກ​ຂ້າພະ​ເຈົ້າ​ຂົນ​ຂວາ​ຍບໍລິສັດ​ນຳ​ໃຊ້ຄົນ​ງານ​​ເປັນ​ເຈົ້າ​ການ​ໃນ​ການ​ແກ້​ໄຂ​ວຽກ​​ເຮັດ​ງານ​ທຳ ​ແລະ ສ້າງ​ລາຍ​ຮັບ​ເປັນ​ປົກກະຕິ​ໃຫ້​ແກ່​ຄົນ​ງານ.”



ຂ່າວ/ບົດ​ອື່ນ