ການເຄື່ອນໄຫວຫລາຍຢ່າງສະເຫລີມສະຫລອງ45ປີແຫ່ງໄຊຊະນະແຄແຊນ,ກ໋ວາງຈີ້

ການເຄື່ອນໄຫວຫລາຍຢ່າງສະເຫລີມສະຫລອງ45ປີແຫ່ງໄຊຊະນະແຄແຊນ,ກ໋ວາງຈີ້ - ảnh 1
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫລີມ​ສະ​ຫລອງ​ໄຊ​ຊະ​ນະ​ແຄ​ແຊ​ນ
ພາບ:nhandan.vn


(vovworld)- ​ໃນ​ວັນ​ທີ 6 ​ແລະ 7/7, ຄະນະ​ກຳມະການ​ປະຊາຊົນ​ເມືອງ ​ເຮືອງ​ຮວາ ​ແຂວງ ກວ໋າງຈີ້ ​ໄດ້​ຈັດ​ຕັ້ງ​ລາຍການສິລະ​ປະ ​ເພື່ອ​ສະ​ເຫລີ​ມສະຫລອງ 45 ປີ​ແຫ່ງ​ໄຊຊະນະ ​ແຄ​ແຊນ(Khe Sanh), ປົດ​ປ່ອຍ​ເມືອງ ​ເຮືອງ​ຮວາ. ທ່ານ ຫງວຽນ​ງອກ​ຊັກ, ປະ​ທານ​ຄະນະ​ກຳມະການ​ປະຊາຊົນ​ເມືອງ ​ເຮ​ືອງຮວາ ​ໃຫ້​ຮູ້​ວ່າ:

        “ພິທີ​ສ​ະ​ເຫລີ​ມສະຫລອງ​ຖືກ​ຈັດ​ຂຶ້ນ​ຢູ່​ສະຫນາມ​ບິນ ຕາ​ເກີນ ຊ່ື​ງ​ແມ່ນ​ສະຫນາມ​ບິນ​ແຫ່ງ​ທຳ​ອິດ​ຂອງ​ອາ​ເມ​ລິ​ກາ​ຢູ່ ​ແຄ​ແຊນ. ດ້ວຍ​ຫົວ​ຂໍ້: “ກຳລັງ​ແຮງ ຫວຽດນາມ”, ພິທີ​ແມ່ນ​ວາບ​ພາບ​ຄືນ​ບັ້ນ​ຮົບ​ຕັດ​ສິນ​ໄຊຊະນະ​ແຄ​​ແຊນ, ປົດ​ປ່ອຍ​ເມືອງ​ເຮືອງ​ຮວາ. ​ໄຊຊະນະ​ນີ້​ໄດ້​ປະກອບສ່ວນ​ເຮັດ​ໃຫ້​ອາ​ເມ​ລິ​ກາ​ຕ້ອງ​ເຂົ້າ​ໂຕະ​ເຈລະຈາ​ສັນຍາ​ປາຣີ.”

ຂ່າວ/ບົດ​ອື່ນ