ການເຄື່ອນໄຫວຫຼາຍຢ່າງສະເຫຼີມສະຫຼອງ70ປີແຫ່ງວັນການປະຕິວັດເດືອນ8ແລະ ວັນຊາດທີ2/9

ການເຄື່ອນໄຫວຫຼາຍຢ່າງສະເຫຼີມສະຫຼອງ70ປີແຫ່ງວັນການປະຕິວັດເດືອນ8ແລະ ວັນຊາດທີ2/9 - ảnh 1
ລາຍການ “ຂ້າພະ​ເຈົ້າ​ຮັກ​ປະ​ເທດ​ຊາດ“
(ພາບ: news.zing.vn)

(vovworld) - ວັນ​ທີ 30/8, ຢູ່​​ເຂດ​ປະສົມ​ກິລາ​ແຫ່ງ​ຊາດ ມີ້​ດິ່ງ, ຄະນະ​ປະຈຳ​ຄະນະ​ຊາວ​ໜຸ່ມ​ນະຄອນ ຮ່າ​ໂນ້ຍ ຈັດ​ຕັ້ງ​ລາຍການ “ຂ້າພະ​ເຈົ້າ​ຮັກ​ປະ​ເທດ​ຊາດ“. ລາຍການຖືກ​ຈັດ​ຂຶ້ນ​ດ້ວຍ​ການ​ເຄື່ອນ​ໄຫວອຸດ​ົມສົມ​ບຸນ​ຫຼາຍ​ຢ່າງ​ ​ແລະ ມີ​ເນື້ອ​ໃນ​ຢ່າງ​ເລິກ​ເຊິ່ງ, ສ້າງ​ບັນຍາກາດ​ເບິ​ກບານ​ມ່ວນ​ຊື່ນ, ​ເອກອ້າງ​ທະ​ນົງ​ໃຈ, ສ້າງ​ຄວາມ​ເຊື່ອ​ໝັ້ນ​ໃນ​ໝູ່​ພະນັກງານ, ສະມາຊິກ​ຊາວ​ໜຸ່ມ, ຊາວ​ໜຸ່ມ​ນະຄອນຫຼວງ. ​ໃນ​ນັ້ນ​ພົ້ນ​ເດັ່ນ​ທີ່​ສຸດ​ແມ່ນ​ພິທີ​ຊັກ​ທຸງຊາດ, ຂັບ​ຮ້ອງ​ເພງ​ຊາດ, ໝູ່​ຮ້ອງ​​ເພງລຽນ​ເປັນ​ຮູບ​ແຜນ​ທີ່​ຫວຽດນາມ, ທຸງຊາດ, ທຸງ​ພັກ, ສັນຍາ​ລັກ​ຮ່າ​ໂນ້ຍ.

        ຕອນ​ຄຳ່​ວັນ​ທີ 29/8, ຢູ່​ສູນ​ສິລະ​ປະ ​ເອົາ​ເກີ, ຮ່າ​ໂນ້ຍ, ​ໄດ້​ດຳ​ເນີນ​ລາຍການ​ສິລະ​ປະ “ວັນ​ບຸນ​ສະຖາປະນາ​ປະ​ເທດ“ ປີ 2015. ລາຍການ​ໄດ້​ວາດ​ພາບ​ບັນຍາກາດ​ປະຕິວັດ​ທີ່​ຟົດ​ຟື້ນ, ທົບ​ທວນຄືນ​ນຳ້​ໃຈ​ຮັກ​ຊາດ, ​ເຈດ​ຈຳນົງ​ຕັດສິນ​ໃຈ​ຂອງ​ຊາດ​ຫວຽດນາມ ​ເຊິ່ງ​ໄດ້​ສ້າງ​ເປັນ​ໄຊຊະນະ​ອັນ​ຍິ່ງ​ໃຫຍ່​ຂອງ​ການ​ປະຕິວັດ​ເດືອນ 8 ປີ 1945 ​ແລະ ການ​ສະຖາປະນາ​ປະ​ເທດ ສປ ຫວຽດນາມ.

        ຕອນ​ເຊົ້າວັນ​ທີ 30/8, ​ແຂວງ ຮ່າ​ຢາງ ຈັດ​ຕັ້ງ​ວັນ​ບຸນ “ລະດູ​ໃບ​ໄມ້​ຫຼົ່ນ​ແຫ່ງ​ການ​ປະຕິວັດ - ຊາວ​ໜຸ່ມ​ເອກອ້າງ​ທະ​ນົງ​ໃຈ​ກ້າວ​ຂຶ້ນ​ພາຍ​ໃຕ້​ທຸງ​ພັກ“. ດ້ວຍ​ການ​ເຄື່ອນ​ໄຫວ​ສິລະ​ປະ, ການ​ລະ​ຫຼິ້ນ​ພື້ນ​ເມືອງ, ການ​ເຕັ້ນ​ລວມໝູ່; ຂັບ​ຮ້ອງ​ບັນດາ​ບົດ​ເພງ​ປະຕິວັດ … ​ເນື່ອງ​ໃນ​ໂອກາດ​ນີ້, ​ໄວ​ໜຸ່ມ​ແຂວງ ຮ່າ​ຢາງ ​ໄດ້​ມອບທຸງຊາດ 100 ທຸງ​ໃຫ້​ເກາະ ​ເຈື່ອງ​ຊາ.

ຂ່າວ/ບົດ​ອື່ນ