ການເຄື່ອນໄຫວຫຼາຍຢ່າງເປັນເອກະລັກທີ່ງານບຸນ ເມື່ອງເຊຍ

(VOVWORLD) - ງານບຸນ ເມື່ອງເຊຍ ໄດ້ຈັດຂຶ້ນເພື່ອສະແດງຄວາມຮູ້ບຸນຄຸນ, ອາໄລຫາຄຸນງາມຄວາມດີຂອງນາຍພົນ ຕືມ້າຮາຍດ່າວ (ສະຕະວັດທີ XV), ຜູ້ມີຄຸນງາມຄວາມດີຢ່າງໃຫຍ່ຫຼວງໃນການດັບສູນສັດຕູທີ່ເຂົ້າມາຮຸກຮ້ານ, ປົກປັກຮັກສາເຂດຊາຍແດນ.
ການເຄື່ອນໄຫວຫຼາຍຢ່າງເປັນເອກະລັກທີ່ງານບຸນ ເມື່ອງເຊຍ - ảnh 1ງານບຸນ ເມື່ອງເຊຍ
(ພາບ: baothanhhoa.vn)

        ຕອນຄ່ຳວັນທີ 18 ມີນາ, ຢູ່ຕາແສງ ເຊີນຖຸຍ, ເມືອງ ກວານເຊີນ, ແຂວງ ແທັງຮວາ, ໄດ້ໄຂງານບຸນ ເມື່ອງເຊຍ, ດ້ວຍການເຂົ້າຮ່ວມຂອງພໍ່ແມ່ປະຊາຊົນຊາວເຜົ່າຜູ້ ໄທ ແລະ ປະຊາຊົນແຂວງ ຫົວພັນ ນັບພັນຄົນ. ງານບຸນ ເມື່ອງເຊຍ ໄດ້ຈັດຂຶ້ນເພື່ອສະແດງຄວາມຮູ້ບຸນຄຸນ, ອາໄລຫາຄຸນງາມຄວາມດີຂອງນາຍພົນ ຕືມ້າຮາຍດ່າວ (ສະຕະວັດທີ XV), ຜູ້ມີຄຸນງາມຄວາມດີຢ່າງໃຫຍ່ຫຼວງໃນການດັບສູນສັດຕູທີ່ເຂົ້າມາຮຸກຮ້ານ, ປົກປັກຮັກສາເຂດຊາຍແດນ. ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ຮັບຮອງເອົາ ງານບຸນ ເມື່ອງເຊຍ ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ ນັບແຕ່ເດືອນ ສິງຫາ 2022. ໃນຂອບເຂດງານບຸນໄດ້ຈັດການເຄື່ອນໄຫວວັດທະນະທຳ, ສະແດງສິລະປະ, ກິລາກາຍຍະກຳ, ການລະຫຼີ້ນພື້ນເມືອງຫຼາຍຢ່າງ. ງານບຸນແມ່ນບ່ອນພົບປະແລກປ່ຽນ, ດຳເນີນຊີວິດທາງດ້ານວັດທະນະທຳລະຫວ່າງບັນດາຊົນເຜົ່າຜູ້ໄທ, ກິງ, ເມື່ອງ ຢູ່ໃນເຂດ ແລະ ເຂດ ເມືອງແວ່ນ, ເມືອງໂສຍ ຂອງ ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ