ການ​ເຄື່ອນ​ໄຫວເບິ່ງ​ແຍງ​ດູ​ແລ​ບຸນ​ເຕັດ​ໃຫ້ ປ​ຊ​ຊ ຢູ່​ແຂ​ວງ ລ້າງ​ເຊີນ

(VOVWORLD) - ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນດຶກຫາຍ ໄດ້ໄປຢ້ຽມຢາມ, ມອບຂອງຂັວນ 200 ພູດ ໃຫ້ສະມາຊິກຊາວໜຸ່ມ, ຜູ້ອອກແຮງງານ 200 ຄົນທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນແຂວງລ້າງເຊີນ ຢູ່ລາຍການ “ບຸນເຕັດແຫ່ງຄວາມເຕົ້າໂຮມກັນ-ລະດູບານໃໝ່ແຫ່ງຄວາມແບ່ງປັນ” ປີ 2024.
ການ​ເຄື່ອນ​ໄຫວເບິ່ງ​ແຍງ​ດູ​ແລ​ບຸນ​ເຕັດ​ໃຫ້ ປ​ຊ​ຊ ຢູ່​ແຂ​ວງ ລ້າງ​ເຊີນ - ảnh 1

(ພາບ: quochoi.vn)

    ຕອນເຊົ້າວັນທີ 26 ມັງກອນ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນດຶກຫາຍ ໄດ້ເຂົ້າຮ່ວມລາຍການ “ບຸນເຕັດແຫ່ງຄວາມເມຕາ”-ລະດູບານໃຫ່ມປີມະໂລງ 2024 ຢູ່ເທດສະບານເມືອງ ວັນກວານ, ເມືອງ ວັນກວານ, ແຂວງ ລ້າງເຊີນ.

   ກ່າວຄຳເຫັນນະທີ່ນີ້, ທ່ານຮອງປະທານສະພາແຫ່ງຊາດ ຢືນຢັນວ່າ, ພັກ, ລັດ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່ເຖິງຜູ້ທີ່ມີຄຸນງາມຄວາມດີ, ເປົ້າໝາຍນະໂຍບາຍ, ຜູ້ປະສົບກັບຄວາມຫຍຸ້ງຍາກໃນສັງຄົມ, ຊີ້ນຳປະຕິບັດບັນດານະໂຍບາຍຊີວິດສັງຄົມໃຫ້ເປັນຢ່າງດີ ດ້ວຍທິດນຳ “ບໍ່ໃຫ້ໃຜຖືກປະຢູ່ເບື້ອງຫຼັງ”.

   ໃນໂອກາດນີ້, ທ່ານຮອງປະທານສະພາແຫ່ງຊາດ ໄດ້ມອບຂອງຂວັນ 12 ພູດໃຫ້ບັນດາຄອບຄົວທຸກຍາກ, ຄອບຄົວເປົ້າໝາຍນະໂຍບາຍທີ່ເຂົ້າຮ່ວມ ລາຍການ “ບຸນເຕັດແຫ່ງຄວາມເມຕາ”.

  ແລະ ກໍ່ໃນຕອນເຊົ້າຂອງວັນດຽວກັນ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນດຶກຫາຍ ໄດ້ໄປຢ້ຽມຢາມ, ມອບຂອງຂັວນ 200 ພູດ ໃຫ້ສະມາຊິກຊາວໜຸ່ມ, ຜູ້ອອກແຮງງານ 200 ຄົນທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນແຂວງລ້າງເຊີນ ຢູ່ລາຍການ “ບຸນເຕັດແຫ່ງຄວາມເຕົ້າໂຮມກັນ-ລະດູບານໃໝ່ແຫ່ງຄວາມແບ່ງປັນ” ປີ 2024.

ຕອບກັບ

ຂ່າວ/ບົດ​ອື່ນ