ການເຄື່ອນໄຫວເບິ່ງແຍງດູແລບຸນເຕັດໃຫ້ແກ່ປະຊາຊົນ ແລະ ຜູ້ອອກແຮງງານຢູ່ທ້ອງຖິ່ນຕ່າງໆ

(VOVWORLD) -ທ່ານນາງຮອງປະທານຜູ້ປະຈຳການສະຫະພັນແຮງງານນະຄອນ ຮ່າໂນ້ຍ ດັ້ງທິເຟືອງຮວາ ໄດ້ໄປຢ້ຽມຢາມ, ມອບຂອງຂວັນໃຫ້ສະມາຊິກ, ຜູ້ອອກແຮງງານ ທີ່ບໍ່ກັບເມືອບ້ານຕ້ອນຮັບບຸນເຕັດ ຢູ່ເຂດເຮືອເຊົ່າຂອງກຳມະກອນ ຢູ່ເມືອງ ດົງແອັງ.
ການເຄື່ອນໄຫວເບິ່ງແຍງດູແລບຸນເຕັດໃຫ້ແກ່ປະຊາຊົນ ແລະ ຜູ້ອອກແຮງງານຢູ່ທ້ອງຖິ່ນຕ່າງໆ - ảnh 1ທ່ານນາງ ດັ້ງທິເຟືອງຮວາ ມອບຂອງຂວັນໃຫ້ສະມາຊິກ, ຜູ້ອອກແຮງງານ
(ພາບ: laodong.vn)

ໂດຍນອນໃນບັນດາການເຄື່ອນໄຫວເບິ່ງແຍງດູແລໃຫ້ແກ່ຜູ້ອອກແຮງງານເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດປີຂານ 2022 (ບຸນເຕັດ), ຕອນບ່າຍວັນທີ 17 ມັງກອນ, ທ່ານນາງຮອງປະທານຜູ້ປະຈຳການສະຫະພັນແຮງງານນະຄອນ ຮ່າໂນ້ຍ ດັ້ງທິເຟືອງຮວາ ໄດ້ໄປຢ້ຽມຢາມ, ມອບຂອງຂວັນໃຫ້ສະມາຊິກ, ຜູ້ອອກແຮງງານ ທີ່ບໍ່ກັບເມືອບ້ານຕ້ອນຮັບບຸນເຕັດ ຢູ່ເຂດເຮືອເຊົ່າຂອງກຳມະກອນ ຢູ່ເມືອງ ດົງແອັງ. ຜູ້ຕາງໜ້າສະຫະພັນແຮງງານນະຄອນຫວັງວ່າ ຂອງຂວັນດັ່ງກ່າວຈະຊ່ວຍໃຫ້ທຸກຄົນຫຼຸດຜ່ອນຄວາມຫຍຸ້ງຍາກ ແລະ ຕ້ອນຮັບບຸນເຕັດຢ່າງຄົບຖ້ວນກວ່າ; ລະດົມກຳລັງໃຈໃຫ້ຜູ້ອອກແຮງງານສືບຕໍ່ມານະພະຍາຍາມອອກແຮງງານທຳການຜະລິດ, ຮ່ວມເດີນທາງພ້ອມກັບວິສາຫະກິດຜ່ານຜ່າຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ-19.

        ເນື່ອງໃນໂອກາດບຸນເຕັດນີ້, ຕອນບ່າຍວັນທີ 17 ມັງກອນ, ຜູ້ຕາງໜ້າການນຳນະຄອນ ດ່ານັ້ງ ແລະ ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໄດ້ໄປຢ້ຽມຢາມ, ມອບຂອງຂວັນ, ອວຍພອນບຸນເຕັດພໍ່ແມ່ປະຊາຊົນຊາວເຜົ່າ ເກີຕູ ແລະ ຊາວ ຫວຽດນາມ ເຊື້ອຊາດ ຈີນ ທີ່ພວມດຳລົງຊີວິດຢູ່ບາງບ້ານທີ່ຂຶ້ນກັບເມືອງ ຮ່ວາວາງ.

        ວັນທີ 17 ມັງກອນ, ຢູ່ແຂວງ ບິ່ງດິ້ງ, ສະພາກອງເຍົາວະຊົນສູນກາງ ສົມທົບກັບຄະນະຊາວໜຸ່ມແຂວງ, ສະພາກອງເຍົາວະຊົນແຂວງ ບິ່ງດິ້ງ ໄດ້ຈັດລາຍການ “ບຸນເຕັດໃຫ້ນ້ອງ - ງານບຸນຫໍ່ເຂົ້າຕົ້ມ” ປີ 2022. ເນື່ອງໃນໂອກາດນີ້, ສະພາກອງເຍົາວະຊົນສູນກາງ ແລະ ບັນດາຫົວໜ່ວຍຮ່ວມເດີນທາງ ໄດ້ມອບຂອງຂວັນບຸນເຕັດນັບຮ້ອຍພູດໃຫ້ແກ່ເຍົາວະຊົນອະນຸຊົນ ແລະ ຄູອາຈານທີ່ປະສົບກັບຄວາມຫຍຸ້ງຍາກ, ບັນດາເດັກກຳພ້າຍ້ອນໂລກລະບາດໂຄວິດ-19 ຢູ່ແຂວງ ບິ່ງດິ້ງ.

ວັນທີ 18 ມັງກອນ, ຢູ່ຫໍວັດທະນະທຳກຳມະກອນຜູ້ອອກແຮງງານເຂດອຸດສາຫະກຳ ເຈົາເຊີນ, ສະຫະພັນແຮງງານແຂວງ ຮ່ານາມ ໄດ້ຈັດຕັ້ງລາຍການ “ບຸນປີໃໝ່ເຕົ້ມໂຮມ - ລະດູບານໃໝ່ສະຫງົບສຸກ” ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດປີ ຂານ 2022, ຢ້ຽມຢາມ, ລະດົມກຳລັງໃຈ ແລະ ມອບຂອງຂວັນ ແລະ ມອບເຮືອນຈຳນວນ 8 ຫຼັງໃຫ້ແກ່ສະມາຊິກກຳມະບານ, ກຳມະກອນຜູ້ອອກແຮງງານປະສົບກັບຄວາມຫຍຸ້ງຍາກ ເຊິ່ງພວມເຮັດວຽກຢູ່ວິສາຫະກິດຕ່າງໆໃນເຂດອຸດສາຫະກຳ ເຈົາເຊີນ ແລະ ບາງອົງການ, ຫົວໜ່ວຍໃນບໍລິເວນແຂວງ.

        ຕອນເຊົ້າຂອງວັນດຽວກັນ, ທ່ານ ເຈິ່ນເກີ່ມຕູ໊ ຫົວໜ້າຄະນະກຳມະການກວດກາສູນກາງພັກ ໄດ້ມອບຂອງຂວັນໃຫ້ແກ່ປະຊາຊົນເມືອງ ບາດຊາດ ພ້ອມດ້ວຍກຳລັງລະຫວ່າງຂະແໜງຢູ່ດ່ານສາກົນທາງບົກ ເລກ II ກິມແທ່ງ, ນະຄອນ ລາວກາຍ.

 


ຕອບກັບ

ຂ່າວ/ບົດ​ອື່ນ