ການເຄື່ອນໄຫວແທດຈິງຕ່າງໆສະເຫຼີມສະຫຼອງວັນຄອບຄົວຫວຽດນາມ28/6

ການເຄື່ອນໄຫວແທດຈິງຕ່າງໆສະເຫຼີມສະຫຼອງວັນຄອບຄົວຫວຽດນາມ28/6 - ảnh 1
ການແຂງຂັນແຕ່ງກິນໃຫ້ຄອບຄົວ

(vovworld) – ​ ​ ປີ 2015, ​ແມ່ນ​ປີ​ທີ 15 ທີ່ຈັດ​ຕັ້ງ​ວັນ​ຄອບຄົວ ຫວຽດນາມ 28/6, ຫົວ​ຂໍ້​ຂອງ​ວັນ​ຄອບຄົວ ຫວຽດນາມ ປີ​ນີ້​​ແມ່ນ: “ຄາບ​ເຂົ້າຂອງ​ຄອບຄົວ​ເຕັ້ມ​ໄປ​ດ້ວຍ​ຄວາ​ມຮັກ​ແພງ”. ຄວາມ​ໝາຍ​ຂອງ​ຫົວ​ຂໍ້​ນີ້​ແມ່ນ​ເພື່ອ​ແນ​ໃສ່​ເຄົາລົບ​ບັນດາ​ຈຸດ​ເວລາ​ເຕົ້າ​ໂຮມ​ຂອງ​ທຸກໆ​ຄອບຄົວ ຫວຽດນາມ ​ໃນ​ພາ​ເຂົ້າທີ່​ເຕັ້ມ​ໄປ​ດ້ວຍ​ຄວາມ​ຜາ​ສຸກ, ອົບ​ອຸ່ນ ​ແລະ ຕິດ​ພັນ​ກັບ​ການ​ໂຄສະນາ​ກ່ຽວ​ກັບ​ວຽກ​ງານ​ຄອບຄົວ​ປີ 2016 ​ແມ່ນ “ສ້າງ​ຖານະ​ເປັນ​ມະນຸດຂອງ​ຊາວ  ຫວຽດນາມ ຈາກ​ການ​ສຶກສາ​ຄຸນສົມບັດ, ​ແບບ​ແຜນການ​ດຳລົງ​ຊີວິດ​ໃນ​ຄອບຄົວ”, ຜ່ານ​ນັ້ນ ​ເຊີດ​ຊູ​ບັນດາ​ຄຸນຄ່າ​ມະນຸດສະທຳ​ຢ່າງ​ເລິກ​ເຊິ່ງຂອງ​ຄອບຄົວ ຫວຽດນາມ.

        ​ເນື່ອງ​ໃນ​ໂອກາດ​ນີ້, ຢູ່​ທ້ອງ​ຖິ່ນ​ຕ່າງໆ​​ໃນ​ທົ່ວ​ປະ​ເທດ​ກໍ່​ໄດ້​ດຳ​ເນີນ​ບັນດາ​ການ​ເຄື່ອນ​ໄຫວ​ເພື່ອ​ແນ​ໃສ່​ໂຄສະນາ​ເຜີຍ​ແຜ່, ຂົນຂວາຍ​ປະຊາ​ຊົນ​ທຸກ​ຊັ້ນ​ວັນ​ນະ​ປະຕິບັດ​​ແບບ​​ແຜນການ​ດຳລົງ​ຊີວິດສີວິ​ໄລ, ວັດທະນະທຳ​ການ​ປະພຶດ​ໃນ​ຄອບຄົວ, ວົງ​ຄະນະ​ຍາດ ​ແລະ ສັງຄົມ. ຢູ່​ບັນດາ​ທ້ອງ​ຖິ່ນ​ຄື: ນະຄອນ​ ​ໂຮ່ຈີ​ມິນ, ​ແຂວງ ຮ່ວາ​ບີ່​ງ ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ​ 15 ປີ​ແຫ່ງ​ວັນ​ຄອບຄົວ ຫວຽດນາມ (28/6/2001 – 28/6/2016) ​​ແລະ ກອງ​ປະຊຸມ​ຕີ​ລາຄາ​ການ​ປະຕິບັດ​ຄາດໝາຍ​ຂອງ​ຍຸດ​ທະ​ສາດ​ພັດທະນາ​ຄອບຄົວ ຫວຽດນາມ ​ໃນ​ບໍລິ​ເວນ​ແຂວງ ດ້ວຍ​ຈຸດໝາຍ​ສ້າງ​ຄອບຄົວວັດ​ທະນະ​ທຳ, ປ້ອງ​ກັນ, ຕ້ານ​ການ​ໃຊ້​ຄວາມ​ຮຸນ​ແຮງ​ໃນ​ຄອບຄົວ ​ແລະ ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ​ຊາຍ.

        ວັນ​ທີ 27/6, ​ແຂວງ ບັກ​ຢາງ ກໍ່​ໄດ້​ຈັດ​ຕັ້ງ “ກອງ​ປະຊຸມ​ຍ້ອງຍໍ​ຊົມ​ເຊີຍ​ຄອບຄົວກຳມະກອນ, ລັດຖະກອນ, ຄົນ​ງານ​ດີ​ເດັ່ນ”, ​ໄດ້​ຍ້ອງຍໍ​ຊົມ​ເຊີຍ 51 ຄອບຄົວ ກຳມະກອນ, ລັດຖະກອນ, ຄົນ​ງານ​ທີ່​ໄດ້ບື່ນຕົວ​ຂຶ້ນ​ສ້າງ​ເສດຖະກິດ​ເກັ່ງ, ຄອບຄົວ​ມັກ​ຮຽນ, ຄອບຄົວ​ມີ​ຫຼາຍ​ລຸ້ນຄົນ​ຢູ່​ຮ່ວມ​ກັນ, ​​​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ດູ​ແລ​ຜູ້​ອາຍຸ​ສູງ…

        ​ແລ​ະກໍ່​ໃນ​ວັນ​ດຽວ​ກັນ, ​ແຂວງ ຢາ​ລາຍ ​ໄດ້​ຈັດ​ຕັ້ງ​ການ​ເສັງ​​ແຕ້ມ​ດ້ວຍ​ຫົວ​ຂໍ້​ວ່າ “ຄອບຄົວ​ແຫ່ງ​ຄວາມ​ຮັກ​ແພງ​”. ການ​ເສັງ​ໄດ້​ປະກອບສ່ວນ​ເຊີດຊູ​ຄຸນຄ່າ​ທີ່​ເປັນ​ມູນ​ເຊື້ອ, ສ້າງ​ການ​ຕິດ​ພັນ​ລະຫວ່າ​ງບັນດາ​ສະມາຊິກ​ໃນ​ຄອບຄົວ, ມຸ່ງ​ໄປ​ເຖິງ​ການ​ສ້າງ​ຄອບຄົວ​ມີ​ຊີວິດ​ທາງ​ດ້ານ​ເສດຖະກິດ​ພັດທະນາ ​ແລະ ຊີວິດ​ວັດທະນະທຳ​ປອດ​​ໃສ, ອຸດົມສົມບູນ.


ຂ່າວ/ບົດ​ອື່ນ