ການ​ເຈ​ລະ​ຈາ Shangri-La 2022: ຍີ່​ປຸ່ນ ຍົກ​ສູງ​ບົດ​ບາດ​ໃຈ​ກາງ​ຂອງ ອາ​ຊຽນ ໃນ​ການ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ຢູ່​ພາກ​ພື້ນ

(VOVWORLD) -ໃນວາລະປຶກສາຫາລືທີ່ສອງ ດ້ວຍຫົວຂໍ້ “ຄວບຄຸມຄວາມແກ້ງແຍ້ງທາງດ້ານພູມີການເມືອງ ໃນພາກພື້ນຫຼາຍຂົ້ວ” ຂອງ ການເຈລະຈາ Shangri-La 2022, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ Nobuo Kishi ໄດ້ເນັ້ນໜັກເຖິງ ບົດບາດໃຈກາງຂອງ ອາຊຽນ ໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຮັບປະກັນຄວາມໝັ້ນຄົງໃນພາກພື້ນ.
ການ​ເຈ​ລະ​ຈາ Shangri-La 2022: ຍີ່​ປຸ່ນ ຍົກ​ສູງ​ບົດ​ບາດ​ໃຈ​ກາງ​ຂອງ ອາ​ຊຽນ ໃນ​ການ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ຢູ່​ພາກ​ພື້ນ - ảnh 1ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ Nobuo Kishi (ພາບ: TTXVN)

ຄຳເຫັນຂອງທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ Nobuo Kishi ໄດ້ຢັ້ງຢືນວ່າ ອາຊຽນ ນອນໃນຈຸດຕັດຂອງສອງເຂດທະເລທີ່ກວ້າງໃຫຍ່ທີ່ສຸດ ນັ້ນແມ່ນ ມະຫາສະໝຸດອິນເດຍ - ປາຊີຟິກ ແລະ ປາຊີຟິກ. ສະນັ້ນ, ຈະສວມບົດບາດທີ່ຂາດບໍ່ໄດ້ໃນການປະຕິບັດວິໄສທັດ ມະຫາສະໝຸດອິນເດຍ  - ປາຊີຟູກ ເສລີ ແລະ ເປີດກວ້າງ (FOIP) ເຊິ່ງ ຍີ່ປຸ່ນ ພວມຕາມມາ. ໄປຄຽງຄູ່ກັນນັ້ນ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ ກໍເນັ້ນໜັກວ່າ ພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ ຍັງບໍ່ທັນມີຂອບເຂດທີ່ມີລັກສະນະກວມລວມໃນທົ່ວພາກພື້ນ ສະນັ້ນ, ການເພີ່ມທະວີການປັບປຸງກົດໝາຍສາກົນ ຜ່ານກົນໄກຮ່ວມມື ເຊິ່ງ ອາຊຽນ ສວມບົດບາດເປັນໃຈກາງ ເປັນຕົ້ນແມ່ນ ອາຊຽນ - ຍີ່ປຸ່ນ, ອາຊຽນ + 3, ກອງປະຊຸມສຸດຍອດອາຊີຕາເວັນອອກ… ເຊິ່ງແມ່ນກົນໄກທີ່ຂາດບໍ່ໄດ້ສຳລັບວິວັດທະນາການປະຕິບັດການຫັນ FOIP ໃຫ້ປະກົດຜົນເປັນຈິງ.

ນອກຈາກນັ້ນແລ້ວ, ທ່ານຍັງຖືວ່າ ບົດບາດຂອງກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ບັນດາປະເທດ ອາຊຽນ ເປີດກວ້າງ (ADMM+)  ແລະ ກົນໄກຮ່ວມມືລະຫວ່າງ 4 ປະເທດ ອາເມລິກາ, ຍີ່ປຸ່ນ, ອົດສະຕາລີ, ອິນເດຍ ແມ່ນມີຄວາມສຳຄັນເປັນຢ່າງຍິ່ງ ສຳລັບການປັບປຸງຄວາມໝັ້ນຄົງຢູ່ພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ