ການເຈລະຈາຂັ້ນສູງ ຍີ່ປຸ່ນ - ອາເມລິກາ

ການເຈລະຈາຂັ້ນສູງ ຍີ່ປຸ່ນ - ອາເມລິກາ - ảnh 1
ທ່ານ​ປະທານາທິບໍດີ ອາ​ເມ​ລິກາ Barack Obama ແລະ ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe
(ພາບ: TTXVN)

(vovworld) – ພິທີ​ຕ້ອນຮັບ​​ທ່ານ​ປະທານາທິບໍດີ ອາ​ເມ​ລິກາ Barack Obama ​ດ້ວຍລະດັບ​ຊາດຖືກ​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 24/4, ຢູ່​ພະລາຊະ​ວັງ ຍີ່​ປຸ່ນ ທີ່​ນະຄອນຫຼວງ ​ໂຕ​ກຽວ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ເຈົ້າ​ຊີວິດ ​ແລະ ພະ​​ມະ​ເຫ​ສີ ຍີ່ປຸ່ນ. ພາຍຫຼັງ​ພິທີ​ຕ້ອນຮັບ, ທ່ານ​ປະທານາທິບໍດີ Barack Obama ​ໄດ້​ເຈລະຈາ​ຂັ້ນ​ສູງ​ກັບ​ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ດ້ວຍ​ຄຳໝັ້ນ​ສັນຍາ​ເພີ່ມ​ທະວີ​ການ​ພົວພັນ​​ແບບພັນທະ​ມິດ​ລະຫວ່າງ 2 ປະ​ເທດ.

    ກ່າວ​ຄຳ​ເຫັນ​ທີ່​ການ​ເຈລະຈາ, ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ຖື​ວ່າ: ການ​ປະຕິບັດ​ງານຢູ່ ອາຊີ ຄັ້ງ​ນີ້​ຂອງ​ທ່ານ​ປະທານາທິບໍດີ Obama ​ແມ່ນ​ພະຍານ​ຫຼັກ​ຖານ​ໃຫ້​ແກ່​ນະ​ໂຍບາຍ​ຫັນ​ທິດ​ສູ່ ອາຊີ​ຂອງ​ ອາ​ເມ​ລິ​ກາ. ຍີ່ປຸ່ນ ປາດ​ຖະໜາ​ຢາກ​​ເສີມ​ຂະຫຍາຍ​ບົດບາດ​​ຕົ້ນ​ຕໍ່​ໃນ​ສາຍ​ພົວພັນ​​ແບບພັນທະ​ມິດ ຍີ່ປຸ່ນ - ອາ​ເມ​ລິ​ກາ ​ໃນ​ການ​ຮັກສາ​ສັນຕິພາບ ​ແລະ ຄວາມ​ວັດ​ທະນາ​ຖາວອນ​​ໃນ ພາກ​ພື້ນ ອາຊີ -  ປາຊີ​ຟິກ.




ຂ່າວ/ບົດ​ອື່ນ