ການເຈລະຈາຂັ້ນສູງຫວຽດນາມ - ເຢັຍລະມັນ


      ການເຈລະຈາຂັ້ນສູງຫວຽດນາມ - ເຢັຍລະມັນ    - ảnh 1
ທ່ານປະ​ທານ​ປະ​ເທດ​ຫວຽດ​ນາມເຈືອງ​ເຕີ້ນ​ຊາງ ຢ້ຽມ​ຢາມເຢຍ​ລະ​ມັນ​ຢ່າງ​ເປັນ​ທາງ​ການ​

(vovworld)- ຕອນ​ບ່າຍ​ວັນ​ທີ 25/11 ຕາມ​ເວ​ລາ​ຫວຽດ​ນາມ​, ຢູ່ສຳ​ນ​ັກ​ງານ​ປະ​ທານ​າ​ທິ​ບໍ​ດີ​ເຢຍ​ລະ​ມັນ, ພິ​ທີ​ຕ້ອນ​ຮັບ​ທ່ານປະ​ທານ​ປະ​ເທດ​ຫວຽດ​ນາມເຈືອງ​ເຕີ້ນ​ຊາງ ​ມາຢ້ຽມ​ຢາມເຢຍ​ລະ​ມັນ​ຢ່າງ​ເປັນ​ທາງ​ການ​ໄດ້​ຖືກ​ຈັດ​ຂຶ້ນ​ຢ່າງ​ສົມ​ກຽດ​. ​ພາຍຫຼັງ​​ພິ​ທີ​ຕ້ອນ​ຮັບ​, ທ່ານປະ​ທານ​ປະ​ເທດເຈືອງ​ເຕີ້ນ​ຊາງ ແລະ​ ປະ​ທານ​າ​ທິ​ບໍ​ດີ​ເຢຍ​ລະ​ມັນ Joachim Gauck ​ໄດ້​ດໍາ​ເນີນ​ການ​ເຈລະ​ຈາ​.

ໃນ​ການ​ເຈລະ​ຈາ​, ປະ​ທານ​ປະ​ເທດເຈືອງ​ເຕີ້ນ​ຊາງ ແລະ​ ປະ​ທານ​າ​ທິ​ບໍ​ດີ​ເຢຍ​ລະ​ມັນ Joachim Gauck ສະ​ແດງ​ຄວາມ​ເພິ່ງ​ພໍ​ໃຈ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ຢ່າງ​ໄວ​ວາ​ແລະ​ມີປະ​ສິດ​ທິ​ຜົນ​ຂອງ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດ​ນາມ - ເຢຍ​ລະ​ມັນ​ໃນ​​ທຸກຂົງ​ເຂດ ​. ຜູ້​ນໍາ​ທັງ​ສອງ​ໄດ້ຕີ​ລາ​ຄາ​ສູງ​ເລື່ອງຫວຽດ​ນາມ​ແລະ​ເຢຍ​ລະ​ມັນ​ມີ​ການ​ພົວ​ພັນ​ທີ່​ໃກ້​ຊິດສະ​ໜິດ​ສະ​ໜົມມາ​ແຕ່​ດົນ​ນ​ານ ​, ປະ​ຈຸ​ບັນ​, ສອງ​ປະ​ເທດ​ບໍ່​ພຽງ​ແຕ່​ເປັນ​ຄູ່​ຮ່ວມ​ມື​​ຍຸດ​ທະ​ສາດຢ່າງ​ເລິກ​ເຊິ່ງ​ກ້​ວາງ​ເທົ່າ​ນັ້ນ​, ຫາກຍັງ​​ເປັນ​ຫມູ່​ເພື່ອນ​ທີ່​ຈິງ​ໃຈຂອງກັນ​, ມີ​ຄວາມເຂົ້າ​ໃຈ​ ແລະ​ ເຄົາ​ລົບນັບ​ຖື​ເຊິ່ງ​ກັນ​ແລະ​ກັນ​. ທ່ານປະ​ທານ​ປະ​ເທດເຈືອງ​ເຕີ້ນ​ຊາງ ແລະ ປະ​ທານ​າ​ທິ​ບໍ​ດີ​ເຢຍ​ລະ​ມັນ Joachim Gauck ​ໄດ້​ຕົກ​ລົງ​ກັນ​ວ່າ​ທັງ​ສອງ​ຝ່າຍ​ສືບ​ຕໍ່​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ຕ່າງໆ, ໂດຍ​ສະ​ເພາະ​ແມ່ນ​ຂັ້ນ​ສູງ; ສົມ​ທົບ​ກັນ​ຜັນ​ຂະ​ຫຍາຍ​ກົນ​ໄກ​ການ​ຮ່ວມ​ມື​ສອງ​ຝ່າຍ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ແນ​ໃສ່​ສ້າງ​ກຳ​ລັງ​ຊຸກ​ຍູ້​ຢ່າງ​ແຂງ​ແຮງ ແລະ ເປີດ​ກ້​ວາ​ງ​ການ​ພົວ​ພັນ​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ​ສອງ​ປະ​ເທດ​.

     ທ່ານປະ​ທານ​ປະ​ເທດເຈືອງ​ເຕີ້ນ​ຊາງ ແລະ​ ປະ​ທານ​າ​ທິ​ບໍ​ດີ​ເຢຍ​ລະ​ມັນ Joachim Gauck ​ມີ​ຄວາມ​ເພິ່ງ​ພໍ​ໃຈ​ເມື່ອ​ເຫັນ​ວ່າ​ການ​ຮ່ວມ​ມື​ໃນ​ຂົງ​ເຂດການ​ຄ້າ​ແລະ​ການ​ລົງ​ທຶນ​ລະ​ຫວ່າງ​ສອງ​ປະ​ເທດ​​ສືບ​ຕໍ່​ມີ​ບາດ​ກ້າວ​ຂະ​ຫຍາຍ​ຕົວ​ຢ່າງ​ຕັ້ງ​ໜ້າ ​. ຜູ້​ນໍາ​ທັງ​ສອງ​ຖື​ວ່າ​ຫວຽດ​ນາມ​ ແລະ​ ເຢຍ​ລະ​ມັນພວ​ມ​ມີ​ສະ​ພາບ​ແວດ​ລ້ອມ ​ແລະ ​ເງື່ອນ​ໄຂ​ທີ່​ເອື້ອ​ອໍາ​ນວຍຄວາມ​ສະ​ດວກ​ເພື່ອຍູ້​ແຮງ​ການ​ຮ່ວມ​ມື​ດ່ານການ​ຄ້າ - ການ​ລົງ​ທຶນ​ ແລະ​ ສູ້​ຊົນຍົກ​ວົງ​ເງິນ​ການ​ຄ້າ​ສອງສົ້ນ​ໃຫ້​ບັນ​ລຸ​ 15-20 ຕື້ USD ໃນ​ປີ 2020 ແລະ ການ​ລົງ​ທຶນຂອງ​ເຢຍ​ລະ​ມັນ​ຢູ່​ຫວຽດ​ນາມ​​ຈະບັນ​ລຸ​ 5 ຕື້​ USD ໃນໄວໆ​ນີ້. ທັງ​ສອງ​ຝ່າຍ​ໄດ້​ຕົກ​ລົງ​ທີ່​ຈະ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ ແລະ​ ນັກ​ລົງ​ທຶນສອງ​ປະ​ເທດເຄື່ອນ​ໄຫວ ດຳ​ເນີນທຸ​ລະ​ກິດ​​ຢ່າງ​ສະ​ດວກຢູ່​ຕະຫຼາດ​ຂອງ​ກັນ ​.

      ຜູ້​ນໍາ​ທັງ​ສອງ​ຍັງ​ໄດ້​ຕີ​ລາ​ຄາ​ສູງ​ການສົມ​ທົບລະ​ຫວ່າງ​ສອງ​ປະ​ເທດ​ໃນ​ເວ​ທີ​ຫຼາຍ​ຝ່າຍ​ໄດ້​. ກ່ຽວ​ກັບ​ບັນ​ຫາ​ສາ​ກົນ​ ແລະ ພາກ​ພື້ນ​ທີ່​ຕ່າງ​ຝ່າຍ​ມີ​ຄວາມ​ສົນ​ໃຈ​. ປະ​ທານ​ປະ​ເທດເຈືອງ​ເຕີ້ນ​ຊາງ ແລະ​ ປະ​ທານ​າ​ທິ​ບໍ​ດີ​ເຢຍ​ລະ​ມັນ Joachim Gauck ໄດ້​ແລກ​ປ່ຽນ​ກ່ຽວ​ກັບ​ສະ​ພາບ​ເພີ່ມ​ທະ​ວີ​ການ​ເຄື່ອນ​ໄຫວ​ຖົມ​ດິນ​ເປັນ​ເກາະ ກໍ່​ຄວາມ​ຂາດ​ສະ​ຖຽນ​ລະ​ພາບ​ໃຫ້​ແກ່​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ ​ປອດ​ໄພໃນ​ການ​ເດີນ​ທະ​ເລ​, ການ​ບິນ​ຢູ່​ທະ​ເລຕາ​ເວັນ​ອອກ. ປະ​ທານ​າ​ທິ​ບໍ​ດີ​ເຢຍ​ລະ​ມັນ Joachim Gauck ​ໄດ້​ເຫັນ​ດີ​ຖື​ວ່າ ການ​ຂັດ​ແຍ່ງກັນ​ຢູ່​ທະ​ເລຕາ​ເວັນ​ອອກ ​ຄວນ​​ໄດ້​ຮັບ​ການ​ແກ້​ໄຂ​ໂດຍ​ສັນ​ຕິ​ວິ​ທີ​, ສອດ​ຄ່ອງ​ກັບ​ກົດ​ຫມາຍ​ສາ​ກົນ​, ຕ້ອງຮັກ​ສາ​ສິດ​ເສລີ​ພາບ​ໃນ​ການ​ເດີນ​ທະ​ເລ, ການ​ບິນ​, ແລະ​ ຮັບ​ປະ​ກັນ​ຄວາມ​ສະ​ຫງົບ​ປອດ​ໄພ​ໃນ​ພາກ​ພື້ນ.

ຂ່າວ/ບົດ​ອື່ນ