ການ​ເຈ​ລະ​ຈາ​ຍຸດ​ທະ​ສາດ 2 + 2 ລະ​ຫວ່າງ ຍີ​່​ປຸ່ນ ແລະ ອາ​ເມ​ລິ​ກາ

(VOVWORLD) - ຖະແຫຼງການຮ່ວມໄດ້ປະກາດ ພາຍຫຼັງການເຈລະຈາເປັນເວລາປະມານຊົ່ວໂມງເຄິ່ງ, ໃນນັ້ນ ໄດ້ຕຳໜິຕິຕຽນ “ຈີນ” ດ້ວຍບັນດາການກະທຳທີ່ບໍ່ສອດຄ່ອງ ກັບຄວາມເປັນລະບຽບຮຽບຮ້ອຍສາກົນໃນປັດຈຸບັນ, ອັນໄດ້ກໍ່ສິ່ງທ້າທາຍສຳລັບສໍາພັນທະມິດ ຍີ່ປຸ່ນ - ອາເມລິກາ ແລະ ປະຊາຄົມສາກົນ.
ການ​ເຈ​ລະ​ຈາ​ຍຸດ​ທະ​ສາດ 2 + 2 ລະ​ຫວ່າງ ຍີ​່​ປຸ່ນ ແລະ ອາ​ເມ​ລິ​ກາ - ảnh 1ການເຈລະຈາລະຫວ່າງສອງຝ່າຍ (ພາບ: TTXVN)

ຕອນບ່າຍວັນທີ 16 ມີນາ, ທ່ານລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Toshimitsu Motegi ແລະ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ Nobuo Kishi ໄດ້ມີການເຈລະຈາກັບທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ແລະ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ Lloyd Austin ຢູ່ນະຄອນຫຼວງ ໂຕກຽວ. ຖະແຫຼງການຮ່ວມໄດ້ປະກາດ ພາຍຫຼັງການເຈລະຈາເປັນເວລາປະມານຊົ່ວໂມງເຄິ່ງ, ໃນນັ້ນ ໄດ້ຕຳໜິຕິຕຽນ “ຈີນ” ດ້ວຍບັນດາການກະທຳທີ່ບໍ່ສອດຄ່ອງ ກັບຄວາມເປັນລະບຽບຮຽບຮ້ອຍສາກົນໃນປັດຈຸບັນ, ອັນໄດ້ກໍ່ສິ່ງທ້າທາຍສຳລັບສໍາພັນທະມິດ ຍີ່ປຸ່ນ - ອາເມລິກາ ແລະ ປະຊາຄົມສາກົນ. ພ້ອມກັນນັ້ນ, ຖະແຫຼງການດັ່ງກ່າວ ຍັງສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ກົດໝາຍວ່າດ້ວຍຕຳຫຼວດທະເລຂອງ ຈີນ. ໄປຄຽງຄູ່ກັບການຮຽກຮ້ອງໃຫ້ປັບປຸງສຳພັນທະມິດ ຍີ່ປຸ່ນ - ອາເມລິກາ, ສອງປະເທດເຫັນດີຄັດຄ້ານຢ່າງແຮງບັນດາການກະທຳ “ນາບຂູ່” ແລະ ກໍ່ຜົນເສຍຫາຍຕໍ່ສັນຕິພາບ, ສະຖຽນລະພາບໃນພາກພື້ນ ເພື່ອແນໃສ່ຄວບຄຸມບັນດາການກະທຳເກາະຜິດຂອງ ຈີນ.

        ບັນດາຝ່າຍ ກໍສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ ສະພາບການຢູ່ ຮົ່ງກົງ ແລະ ຢັ້ງຢືນຄວາມຈຳເປັນຂອງການສ້າງ ສປປ.ເກົາຫຼີ ປອດນິວເຄຼຍ ຢ່າງສິ້ນເຊີງ ແລະ ແກ້ໄຂບັນຫາພົນລະເມືອງ ຍີ່ປຸ່ນ ຖືກລອກຈັບຕົວໃນອະດີດຕະການ.

ນັກຂ່າວ VOV ຢູ່ ຍີ່ປຸ່ນ


ຕອບກັບ

ຂ່າວ/ບົດ​ອື່ນ