ການເຈລະຈາຍຸດທະສາດຫວຽດນາມ-ອັງກິດຄັ້ງທີ4

ການເຈລະຈາຍຸດທະສາດຫວຽດນາມ-ອັງກິດຄັ້ງທີ4 - ảnh 1
ການເຈລະຈາຍຸດທະສາດຫວຽດນາມ-ອັງກິດຄັ້ງທີ4 - ảnh 2ການເຈລະຈາຍຸດທະສາດຫວຽດນາມ-ອັງກິດຄັ້ງທີ4 - ảnh 3ການເຈລະຈາຍຸດທະສາດຫວຽດນາມ-ອັງກິດຄັ້ງທີ4 - ảnh 4ການເຈລະຈາຍຸດທະສາດຫວຽດນາມ-ອັງກິດຄັ້ງທີ4
(ພາບ: tuoitre.vn)

(vovworld) – ວັນ​ທີ 27/2, ທ່ານ​ ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ບຸ່ຍ​ແທງ​ເຊີນ ແລະ ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອັງ​ກິດ Hugo Swire ໄດ້​ເປັນ​ປະ​ທານ​ຮ່ວມ​ການ​ເຈ​ລະ​ຈາ​ຍຸດ​ທະ​ສາດ ຫວຽດ​ນາມ - ອັງ​ກິດ​ຄັ້ງ​ທີ 4 ຢູ່​ຮ່າ​ໂນ້ຍ. ການ​ເຈ​ລະ​ຈາ​ຍຸດ​ທະ​ສາດ​ຄັ້ງ​ນີ້​ແມ່ນ​ສຸມ​ໃສ່​ແລກ​ປ່ຽນ​ບັນ​ດາ​ບັນ​ຫາ​ກ່ຽວ​ຂ້ອງ​ເຖິງ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ​ໂລກ, ກາ​ນ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ບັນ​ດາ​ບັນ​ຫາ​ທົ່ວ​ໂລກ. ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ເສດ​ຖະ​ກິດ, 2 ຝ່າຍ​ຢືນ​ຢັນ​ຄືນ​ຄຳ​ໝັ້ນ​ສັນ​ຍາ​ຂອງ 2 ປະ​ເທດ​ສິ້ນ​ສຸດ​ການ​ເຈ​ລະ​ຈາ​ສັນ​ຍາ​ການ​ຄ້າ​ເສ​ລີ (FTA) ລະ​ຫວ່າງ ຫວຽດ​ນາມ ແລະ ອີ​ຢູ ໂດຍ​ໄວ. ເປີດ​ບັນ​ດາ​ກາ​ລະ​ໂອ​ກາດ​ຮ່ວມ​ມື​ໃໝ່​ໃຫ້​ແກ່​ວິ​ສາ​ຫະ​ກິດ 2 ປະ​ເທດ. 2 ຝ່າຍ​ເຫັນ​ດີ​ຮ່ວມ​ມື​ໃນ​ການ​ໜູນ​ຊ່ວຍ​ໂຄງ​ການ​ປະ​ຕິ​ຮູບ​ການ​ສຶກ​ສາ​ຂອ​ງ​ລັດ​ຖະ​ບານ ຫວຽດ​ນາມ, ຮ່ວມ​ມື​ໃນ​ຂົງ​ເຂດ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ກ່ຽວ​ກັບ​ສະ​ພາບ​ການ​ສາ​ກົນ ແລະ ພາກ​ພື້ນ, 2 ຝ່າ​ຍ​ແບ່ງ​ປັນ​ທັດ​ສະ​ນະ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ຄວາມ​ປອດ​ໄພ, ຄວາມ​ເສ​ລີ​ໃນ​ການ​ເດີນ​ທະ​ເລ​ຢູ່​ພາກ​ພື້ນ ແມ່ນ​ຜົນ​ປະ​ໂຫຍດ​ລວມ​ຂອງ​ປະ​ຊາ​ຄົມ​ສາ​ກົນ, 2 ຝ່າຍ​ຊົມ​ເຊີຍ​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ໃນ​ການ​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ​ມີ​ການ​ຈັດ​ຕັ້ງ ແລະ ໝັ້ນ​ໝາຍ​ຈະ​ສືບ​ຕໍ່​ຮ່ວມ​ມື​ການ​ເຄື່ອນ​ໄຫວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. 2 ຝ່າຍ​ແລກ​ປ່ຽນ​ຢ່າງ​ກົງ​ໄປ​ກົງ​ມ​າ​ກ່ຽວ​ກັບ​ບັນ​ຫາ​ຊຸກ​ຍູ້ ແລະ ປົກ​ປ້ອງ​ສິດ​ທິ​ມະ​ນຸດ.


ຂ່າວ/ບົດ​ອື່ນ