ການເຈລະຈານະໂຍບາຍປ້ອງກັນຊາດຫວຽດນາມ-ອາເມລິກາ

(VOVWORLD) -ຕອນເຊົ້າວັນທີ 17 ຕຸລາ, ຢູ່ນະຄອນຫຼວງ ວໍຊິງຕັນ, ປະເທດອາເມລິກາ, ໄດ້ດຳເນີນການເຈລະຈານະໂຍບາຍປ້ອງກັນຊາດຫວຽດນາມ - ອາເມລິກາ 2017.

ການເຈລະຈານະໂຍບາຍປ້ອງກັນຊາດຫວຽດນາມ-ອາເມລິກາ - ảnh 1 ການເຈລະຈານະໂຍບາຍປ້ອງກັນຊາດຫວຽດນາມ-ອາເມລິກາ

(ພາບ: qdnd.vn)

ໂດຍນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມການເຈລະຈາແມ່ນພົນໂທ ຫງວຽນຈິ໋ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ. ຝ່າຍອາເມລິກາ ໂດຍທ່ານປະລິຍາເອກ Joseph H.Felter, ຜູ້ຊ່ວຍວຽກລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ, ຜູ້ຮັບຜິດຊອບພາກພື້ນພາກໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້, ນຳໜ້າເຂົ້າຮ່ວມ.

        ການເຈລະຈານະໂຍບາຍປ້ອງກັນຊາດຫວຽດນາມ - ອາເມລິກາ 2017 ໄດ້ອັບເດັດຂໍ້ມູນກ່ຽວກັບບັນດາສິ່ງທ້າທາຍຕໍ່ຄວາມໝັ້ນຄົງຢູ່ພາກພື້ນອາຊີ - ປາຊີຟິກ, ປຶກສາຫາລືບັນດາເນື້ອໃນຮ່ວມມື ເພື່ອຍູ້ແຮງການພົວພັນດ້ານປ້ອງກັນຊາດ 2 ຝ່າຍ ໃນຂອບເຂດການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະ ອາເມລິກາ. ທີການເຈລະຈາ 2 ຝ່າຍກໍ່ໄດ້ແລກປ່ຽນກ່ຽວກັບສະພາບການໂລກ, ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ຕີລາຄາໝາກຜົນການຮ່ວມມືປີ 2017, ກຳນົດທິດທາງຮ່ວມມືປີ 2018 ແລະ ຊຸມປີຕໍ່ໆໄປ, ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ