ການ​ເຈ​ລະ​ຈາ​ລະ​ຫວ່າງ ECOWAS ແລະ ອຳ​ນາ​ດ​ການ​ປົກ​ຄອງ​ທະ​ຫານ ນີ​ເຊ ປະ​ລາ​ໄຊ

(VOVWORLD) - ການເຈລະຈາບໍ່ບັນລຸໄດ້ໝາກຜົນໃດໆ ຍ້ອນທັງສອງຝ່າຍລ້ວນແຕ່ຍົກອອກເງື່ອນໄຂ ແລະ ຄວາມຮຽກຮ້ອງຕ້ອງການທີ່ແຕກຕ່າງກັນ.
ການ​ເຈ​ລະ​ຈາ​ລະ​ຫວ່າງ ECOWAS ແລະ ອຳ​ນາ​ດ​ການ​ປົກ​ຄອງ​ທະ​ຫານ ນີ​ເຊ ປະ​ລາ​ໄຊ - ảnh 1ການເຈລະຈາໃນວັນທີ 17 ສິງຫາ (ພາບ: Reuters)

ໂດຍບໍ່ນອນນອກເໜືອຈາກການຄາດຄະເນຂອງວົງການນັກໄຈ້ແຍກ, ການເຈລະຈາໃນວັນທີ 20 ສິງຫາ ຢູ່ນະຄອນຫຼວງ Niamey  ຂອງ ນີເຊ ລະຫວ່າງຄະນະປະຊາຄົມເສດຖະກິດ ອາຟະລິກາຕາເວັນຕົກ (ECOWAS) ແລະ ອຳນາດການປົກຄອງທະຫານ ນີເຊ ໄດ້ຕົກເຂົ້າສູ່ສະພາບຈົນຕາແຈ, ເຮັດໃຫ້ບັນຍາກາດເຄັ່ງຕຶງຂຶ້ນ ຍ້ອນຄວາມສ່ຽງເກີດການປະທະກັນດ້ວຍອາວຸດຢູ່ ນີເຊ ນັບມື້ນັບເພີ່ມຂຶ້ນສູງ.

ເຈົ້າໜ້າທີ່ທ່ານໜຶ່ງຂອງ ຄະນະນັກເຈລະຈາ ECOWAS ທີ່ເຂົ້າຮ່ວມການເຈລະຈາໄດ້ເຜີຍໃຫ້ຮູ້ວ່າ ການເຈລະຈາບໍ່ບັນລຸໄດ້ໝາກຜົນໃດໆ ຍ້ອນທັງສອງຝ່າຍລ້ວນແຕ່ຍົກອອກເງື່ອນໄຂ ແລະ ຄວາມຮຽກຮ້ອງຕ້ອງການທີ່ແຕກຕ່າງກັນ.

ຄະນະ ECOWAS ຮຽກຮ້ອງໃຫ້ອຳນາດການປົກຄອງທະຫານ ນີເຊ ສົ່ງຄວາມເສລີ ແລະ ຟື້ນຟູສິດອຳນາດເຕັມໃຫ້ທ່ານປະທານາທິບໍດີ ນີເຊ ທີ່ຖືກໂຄ່ນລົ້ມໃນທັນທີ. ໃນຂະນະນັ້ນ, ອຳນາດການປົກຄອງທະຫານ ນີເຊ ຮຽກຮ້ອງໃຫ້ບັນດາປະເທດ ອາຟະລິກາຕາເວັນຕົກ ຮັບຮອງເອົາສະພາແຫ່ງຊາດປົກປັກຮັກສາປະເທດຊາດ ແລະ ລັດຖະບານໃໝ່ ເຊິ່ງ ຝ່າຍກໍ່ລັດຖະປະຫານສ້າງຂຶ້ນຢູ່ ນີເຊ, ພ້ອມທັງຍົກເລີກທຸກຄຳສັ່ງລົງໂທດທີ່ໄດ້ຈັດວາງແນໃສ່ຕ້ານ ນີເຊ ເຊິ່ງກ່ຽວຂ້ອງເຖິງວິກິດການໃນປັດຈຸບັນ. ທັງສອງຝ່າຍລ້ວນແຕ່ປະຕິເສດຕອບສະໜອງຄວາມຮຽກຮ້ອງຂອງກັນ, ເຮັດໃຫ້ການເຈະລະຈາຕົກເຂົ້າສູ່ສະພາບຈົນຕາແຈ ແລະ ຕ້ອງຢຸດລົງ.

ບາທີ - ນັກຂ່າວ VOV ປະຈຳ ອີຢິບ


ຕອບກັບ

ຂ່າວ/ບົດ​ອື່ນ