ການ​ເຈ​ລະ​ຈາ​ລະ​ຫວ່າງ EU - ອັງ​ກິດ ​ກ່ຽວ​ກັບ​ຂໍ້​ຕົກ​ລົງ​ພາຍຫຼັງ Brexit ບໍ່​ບັນ​ລຸ​ໄດ້​ຄວາມ​ກ້າວໜ້າ​ຢ່າງ​ລະ​ອຽດ

(VOVWORLD) -EU ແລະອັງກິດຫາກໍ່ສິ້ນສຸດຮອບເຈລະຈາທີ 2 ເຊິ່ງດຳເນີນເປັນເວລາ 1 ອາທິດກ່ຽວກັບຂໍ້ຕົກລົງພາຍຫຼັງ Brexit ແຕ່ບໍ່ບັນລຸໄດ້ຄວາມກ້າວໜ້າໃດດ້ວຍສາຍເຫດ ເຊິ່ງຕາມຝ່າຍ EU ແລ້ວແມ່ນຍ້ອນຂາດຄຳໝັ້ນສັນຍາຈາກຝ່າຍອັງກິດ.
ການ​ເຈ​ລະ​ຈາ​ລະ​ຫວ່າງ EU  - ອັງ​ກິດ ​ກ່ຽວ​ກັບ​ຂໍ້​ຕົກ​ລົງ​ພາຍຫຼັງ Brexit ບໍ່​ບັນ​ລຸ​ໄດ້​ຄວາມ​ກ້າວໜ້າ​ຢ່າງ​ລະ​ອຽດ - ảnh 1 ທ່ານ Michel Barnier ຫົວໜ້າຄະນະເຈລະຈາຂອງ EU

ກ່າວຄຳເຫັນໃນການຖະແຫຼງຂ່າວໃນຕອນບ່າຍວັນທີ 24 ເມສາ, ພາຍຫຼັງສິ້ນສຸດການເຈລະຈາກັບຝ່າຍອັງກິດທ່ານ Michel Barnier ຫົວໜ້າຄະນະເຈລະຈາຂອງ EU ໃຫ້ຮູ້ວ່າສອງຝ່າຍບໍ່ບັນລຸໄດ້ຄວາມຄືບໜ້າດີພໍສົມຄວນ. ພ້ອມກັນນັ້ນ, ຝ່າຍ EU ກໍ່ໄດ້ຕຳໜິຕິຕຽນຝ່າຍອັງກິດວ່າ ຂາດຄຳໝັ້ນສັນຍາໃນບັນດາຫົວຂໍ້ເຈລະຈາສຳຄັນ. ລາຍລະອຽດແມ່ນ, ໃນບັນຫາການຫາປາເຊິ່ງເປັນໜຶ່ງໃນບັນດາບັນຫາສັບສົນທີ່ສຸດ, ທ່ານ  Barnier  ໃຫ້ຮູ້ວ່າບັນດານັກເຈລະຈາອັງກິດ ບໍ່ສາມາດຍົກອອກເອກະສານນິຕິກຳໃດເພື່ອມາປຶກສາຫາລື.

        ໂຕ້ຕອບການຕຳໜິຕິຕຽນຈາກຝ່າຍ EU,ໃນແຈ້ງການທີ່ໄດ້ຍົກອອກໃນຕອນບ່າຍວັນທີ 24 ເມສາ, ລັດຖະບານອັງກິດໃຫ້ຮູ້ວ່າ, ສອງຝ່າຍຈະບໍ່ມີຂໍ້ຕົກລົງທີ່ກົມກຽວເມື່ອ EU ຍັງຈັດວາງບັນດາເງື່ອນໄຂໃຫ້ແກ່ປະເທດອັງກິດແລະຍັງບໍ່ທັນຮັບຮູ້ໄດ້ວ່າອັງກິດໄດ້ຖອນຕົວອອກຈາກ EU ແລ້ວ.

ກວາງຢຸງ, ນັກຂ່າວ VOV ປະຈຳ ຝລັ່ງ

ຕອບກັບ

ຂ່າວ/ບົດ​ອື່ນ