ການເຈລະຈາລະຫວ່າງ NATO ແລະ ລັດເຊຍ ກ່ຽວກັບສົນທິສັນຍາ INF ບໍ່ບັນລຸໄດ້ບາດກ້າວຄືບໜ້າ

(VOVWORLD) - ອົງການສົນທິສັນຍາອັດລັງຕິກເໜືອ (NATO) ແລະ ລັດເຊຍ ບໍ່ບັນລຸໄດ້ບາດກ້າວຄືບໜ້າສຳຄັນໃນກອງປະຊຸມເຈລະຈາ ແນໃສ່ກູ້ເອົາສົນທິສັນຍາບັນດາກຳລັງນິວເຄຼຍໄລຍະກາງ (INF). 
ການເຈລະຈາລະຫວ່າງ NATO ແລະ ລັດເຊຍ ກ່ຽວກັບສົນທິສັນຍາ INF ບໍ່ບັນລຸໄດ້ບາດກ້າວຄືບໜ້າ - ảnh 1 ທ່ານເລຂາທິການໃຫຍ່ NATO Jens Stoltenberg (ພາບ: THX/ TTXVN)

ທ່ານເລຂາທິການໃຫຍ່ NATO Jens Stoltenberg ໄດ້ຍົກອອກຖະແຫຼງການດັ່ງກ່າວ ພາຍຫລັງກອງປະຊຸມສະພາ NATO - ລັດເຊຍ ທີ່ສຳນັກງານ NATO ຢູ່ ບຮຸກແຊນ ປະເທດ ແບນຊິກ ໃນວັນທີ 05 ກໍລະກົດ. ກ່າວຄຳເຫັນຕໍ່ນັກຂ່າວ ພາຍຫລັງກອງປະຊຸມ ເຊິ່ງລວມມີບັນດານັກການທູດ ແລະ ເຈົ້າໜ້າທີ່ 2 ຝ່າຍ, ທ່ານເລຂາທິການໃຫຍ່ Stoltenberg ຊີ້ແຈ້ງວ່າ: ບໍ່ມີສັນຍານບຸກທະລຸໃດຢູ່ກອງປະຊຸມ, ແຕ່ NATO ຍັງບໍ່ປະລະຄວາມມານະພະຍາຍາມເກ້ຍກ່ອມ ມົດສະກູ ທຳລາຍລູກສອນໄຟນຳວິຖີຍິງຈາກໜ້າດິນ.

ຕອບກັບ

ຂ່າວ/ບົດ​ອື່ນ