ການເຈລະຈາລະຫວ່າງເຈົ້າໜ້າທີ່ການທູດຊີຣີ ແລະ ຈີນ

ການເຈລະຈາລະຫວ່າງເຈົ້າໜ້າທີ່ການທູດຊີຣີ ແລະ ຈີນ - ảnh 1
(ພາບປະກອບ)
(vovworld) -     ວັນ​ທີ 06/02, ຢູ່​ປັກ​ກິ​ງ, ປະ​ເທດ​ຈີນ, ​ໄດ້​ດຳ​ເນີນ​ການ​ເຈລະຈາ​ລະຫວ່າງ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ ຢາງ​ເຈຍ​ຊື້ ​ແລະ ທ່ານ​ຮອງລັດຖະມົນຕີ​ການ​ຕ່າງປະ​ເທດ​ຊີຣີ Faisal al Miqdad, ​ເພື່ອ​ແລກປ່ຽນ​ກ່ຽວ​ກັບ​ມາດ​ຕະການ​ຢຸ​ດຕິ​ວິ​ກິດ​ການ​ຢູ່​ປະ​ເທດ​ຕາ​ເວັນ​ອອກ​ກາງນີ້. ທ່ານ ຢາງ​ເຈຍ​ຊື້ ​ໄດ້​ຢືນຢັນ​ອີກ​ຄັ້ງ​ໜື່ງວ່າ ປັກ​ກິ​ງ ສະ​ໜັບສະ​ໜູນ​ທຸກ​ມາດ​ຕະການ​ເພື່ອ​ນຳ​ມາ​ເຊິ່ງສັນຕິພາບ​ໃຫ້​ແກ່​ປະຊາຊົນ​ຊີຣີ: “ຈີນ ຮັກສາ​ຫຼັກ​ໝັ້ນ​ພາວະ​ວິ​ໄສ ​ແລະ ສົມດູ​ນ​ໃນ​ບັນຫາ​ຊີຣີ, ພ້ອມ​ທັງ​ຊົມ​ເຊີຍທຸກ​ມາດ​ຕະການສັນຕິພາບ​ ​ເຊິ່ງບັນດາ​ຝ່າຍ​ຂອງ​ຊີຣີ ​ເຫັນ​ດີ”. ການ​ນຳ​ຂະ​ແໜງ​ການ​ທູດຈີນ ກໍ່ຮຽກຮ້ອງ​ໃຫ້​ບັນດາ​ຝ່າຍ​ຢູ່​ຊີຣີ ດຳ​ເນີນ​ການ​ເຈລະຈາ​ດ້ານ​ການ​ເມືອງ ​ແລະ ປະຕິບັດ​ວິວັດ​ການ​ມອບ​​ໂອນສິດ​ອຳນາດ ​ໂດຍ​ອິ່ງ​ໃສ່​ບັນດາ​ຂໍ້​ຕົກລົງ​ທີ່​ບັນລຸ​ໄດ້​ຢູ່ Geneva ​ເມື່ອ​ເດືອນ 06/2012, ພ້ອມ​ທັງ​ກະຕຸກ​ຊຸກຍູ້​ບັນດາ​ຝ່າຍຢ່າງ​ຕັ້ງໜ້າ ​​ເພື່ອສະໜັບສະໜູ​ນບົດບາດ​​ເປັນກາງ​ໄກ​ເກ່ຍຂອງ​ທູດ​ພິ​ເສດ​ລວມຂອງ​ສະຫະ​ປະຊາ​ຊາດ ​ແລະ ສະຫະພັນ​ອາຣັບ ກ່ຽວ​ກັບ​ບັນຫາ​ຊີຣີ ​ເພື່ອ​ແນ​ໃສ່​ຊອກ​ຫາມາດ​ຕະການ​ທີ່​ຮອບ​ດ້ານ​ໃຫ້​ແກ່​ບັນຫາ​ຊີຣີ ​ໃນປະຈຸ​ບັນ.

        ສ່ວນ​ທ່ານຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຊີຣີ Faisal al Miqdad ​ໃຫ້​ຮູ້​ວ່າ ຍາມ​ໃດອຳນາດ​ການ​ປົກຄອງ ດາ​ມາ​ກຸດ ກໍ​ສະໜັບສະໜູນ​ຈິດ​ໃຈ​ຂອງ​ບັນດາ​ຂໍ້​ຕົກ​ລົງ Geneva ກໍ​ຄື​ໃຫ້​ຄຳ​ໝັ້ນ​ສັນຍາ​ຮ່ວມ​ມື​ກັບ​ທູດ​ພິ​ເສດ Brahimi ​ເພື່ອ​ແນ​ໃສ່​ຢຸດຕິ​ສົງຄາມ​ພາຍ​ໃນ ​ເຊິ່ງ​ໄດ້​ເຮັດ​ໃຫ້​ປະຊາຊົນ​ຊີຣີ ນັບໝື່ນ​ຄົນ​​ເສຍ​ຊີວິດ​ໃນ​ໄລຍະກວ່າ​ 20 ​ເດືອນ​ຜ່ານ​ມາ.

ຂ່າວ/ບົດ​ອື່ນ