ການເຈລະຈາເຊື່ອມຕໍ່ລາຍການເຕົ້າໂຮມບັນດາຄອບຄົວທີ່ຖືກພັດພາກຈາກກັນຢູ່ 2 ພາກ ເກົາຫຼີ

ການເຈລະຈາເຊື່ອມຕໍ່ລາຍການເຕົ້າໂຮມບັນດາຄອບຄົວທີ່ຖືກພັດພາກຈາກກັນຢູ່ 2 ພາກ ເກົາຫຼີ - ảnh 1
ພາບປະກອບຈາກ KBS

(vovworld) - ການ​ເຈລະຈາ​ລະຫວ່າງ 2 ພາກ ​ເກົາຫຼີ ກ່ຽວ​ກັບ​ການ​ເຊື່ອມ​ຕໍ່​ລາຍການ​ເຕົ້າ​ໂຮມ​ບັນດາ​ຄອບຄົວ​ທີ່​ຖືກ​ພັດ​ພາກ​ຈາກ​ກັນ ​ໃນ​ໄລຍະ​ສົງ​ຄາມ ​ເກົາຫຼີ ຖືກ​ດຳ​ເນີນ​ໃນ​ວັນ​ທີ 23/8, ຢູ່​ບ້ານ​ຢຸດ​ຮົບ panmunjom ​ແທນ​ທີ່​ຈັດ​ຂຶ້ນ​ຢູ່​ເຂດພູ Geumgang ຕາມ​ຂໍ້​ຕົກລົງ​ກ່ອນ​ນັ້ນ. ຕາມ​ກະຊວງ​ທ້ອນ​ໂຮມ​ປະ​ເທດ​ເປັນ​ເອກະພາບ ສ ​ເກົາຫຼີ ​ແລ້ວ, ຂໍ້​ສະ​ເໜີ​ປ່ຽນ​ສະຖານ​ທີ່​ເຈລະຈາ​​ໂດຍ​ແມ່ນ ສປປ ​ເກົາຫຼີ ສະ​ເໜີ ​ແລະ ຝ່າຍ ສ ​ເກົາຫຼີ ​ໄດ້​ຍິນ​ຍອ​ມ​ເຫັນ​ດີ. ນ​ອກຈາກ​ນັ້ນ​ແລ້ວ, ສ ​ເກົາຫຼີ ກໍ່​ສະ​ເໜີ​ຈັດ​ຕັ້ງ​ການ​ເຈລະຈາ​ຂັ້ນ​ຕ່າງໆ​ລະຫວ່າງ 2 ຝ່າຍ​ໃນ​ທ້າຍ​​ເດືອນ 8 ​ແລະ ຕົ້ນ​ເດືອນ 9 ປີ​ນີ້​ເພື່ອ​ພິຈາລະນາ​ການ​ເຊື່ອມ​ຕໍ່​ລາຍການ​ທ່ອງ​ທ່ຽວ​ເຖິງພູ Geumgang ຄືນ​ໃໝ່. ​ໂຄສົກ​ຂອງ​ກະຊວງທ້ອນ​ໂຮມ​ປະ​ເທດ​ເປັນ​ເອກະພາບ ສ ​ເກົາຫຼີ ​ໃຫ້​ຮູ້​ວ່າ: ລັດຖະບານ​ປະ​ເທດ​ນີ້ ພວມ​ພິຈາລະນາ​ຂໍ້​ສະ​ເໜີ​ດັ່ງກ່າວ. ບັນດາ​ລາຍການ​ທ່ອງ​ທ່ຽວ​ນີ້​ຖືກ​ຢຸດ​ການ​ເຄື່ອນ​ໄຫວ​ນັບ​ແຕ່ 5 ປີ​ມານີ້, ພາຍຫຼັງ​ເຫດການ​ນັກ​ທ່ອງ​ທ່ຽວ​ຍິງ ສ ​ເກົາຫຼີ ຖືກ​ຍິງ​ຕາຍ​ຍ້ອນ​ເຂົ້າ​ເຂດ​ຫ້າມ.

ຂ່າວ/ບົດ​ອື່ນ