ການເດີນຂະບວນຢູ່ ອີຕາລີ ແລະ ປອກຕຸຍການຄັດຄ້ານນະໂຍບາຍ “ຮັດເຂັມຄັດ”

ການເດີນຂະບວນຢູ່ ອີຕາລີ ແລະ ປອກຕຸຍການຄັດຄ້ານນະໂຍບາຍ “ຮັດເຂັມຄັດ” - ảnh 1
ຜູ້ແຫ່ຂະບວນປະທ້ວງຢູ່ Rome ເມື່ອວັນທີ 19/10
(ພາບ: bangkokpost.com)

(vovworld) - ວັນ​ທີ 19/10, ມີ​ປະຊາຊົນ​ນັບ​ໝື່ນ​ຄົນ​ໄດ້​ເຂົ້າ​ຮ່ວມ​ການ​ເດີນ​ຂະ​ບວນປະ​ທ້ວງຢູ່ ອີ​ຕາ​ລີ ​ແລະ ປອກຕຸຍ​ການ ​ເພື່ອ​ຄັດຄ້ານ​ບັນດາ​ມາດ​ຕະການ​ຮັດ​ເຂັມ​ຄັດ ຂອງ​ລັດຖະບານ. ຢູ່ ອີ​ຕາ​ລີ, ບັນດາ​ຜູ້​ຈັດ​ຕັ້ງ​ໃຫ້​ຮູ້​ວ່າ​ຈຳນວນ​ຜູ້​ເຂົ້າ​ຮ່ວມ​ການ​ເດີນ​ຂະ​ບວນຂຶ້ນ​ເຖິງ 70.000 ຄົນ, ​ເຮັດ​ໃຫ້​ວົງ​ການ​ເຈົ້າ​ໜ້າ​ທີ່ ອີ​ຕາ​ລີ ຕ້ອງ​ຜັນ​ຂະ​ຫຍາ​ຍຕຳຫຼວດ 3.000 – 4.000 ຄົນ​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ. ບັນ​ດາ​ຜູ້​ເດີນ​ຂະ​ບວນ​ປະ​ທ້ວງໄດ້​ຕຳ​ນິຕິ​ຕຽນ​ລັດຖະບານ​ນຳ​ໃຊ້​ມາ​ດຕະການ​ຮັດ​ເຂັມ​ຄັດ​ພຽງ​ສົ້ນ​ດຽວ​, ທັງບໍ່​ສາມາດ​ຊ່ວຍຫລຸດຜ່ອນ​ໜີ້​ສາທາລະນະ​ ທັງກີດຂວາງ​ການ​ພັດທະນາ​ເສດຖະກິດ.

    ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ປະຊາຊົນ ປອກຕຸຍ​ການ ນັບ​ພັນ​ຄົນ​ໄດ້​ແຫ່​ຂະ​ບວນປະ​ທ້ວງ​ຄັດຄ້ານ​ບັນດາ​ມາດ​ຕະການ​ຫລຸດຜ່ອນ​ເງິນ​ເດືອນ ​ແລະ ​​ເບ້ຍ​ບຳນານ​ໃນ​​ແຜນ​ງົບປະມ​ານປີ 2014 ຂອງ​ລັດຖະບານ. ຮ່າງ​ກົດໝາຍ​ກໍ່​ກຳນົດ​ບັນດາ​ບ້ວງ​ເງິ​ນຕ້ອງ​ຫລຸດຜ່ອນ​ເຊິ່ງ Lisbon ຕ້ອງ​ປະຕິບັ​ດ​ເພື່ອ​ຕອບ​ສະໜອງ​ບັນດາ​ເງື່ອນ​ໄຂ​ຊ່ວຍ​ເຫຼືອ​ຈາກ​ສະຫະພາບ​ເອີ​ລົບ (EU) ​ແລະ ກອງ​ທຶນ​ເງິນຕາ​ສາກົນ (IMF).

ຂ່າວ/ບົດ​ອື່ນ