“ການເດີນທາງໜ້າປະທັບໃຈ” ໂຄສະນາການທ່ອງທ່ຽວ ຫວຽດນາມ ຢູ່ເຂດ ອາຊີ

(VOVWORLD) - ລາຍການໄດ້ຮັບຄວາມຫວັງວ່າ ຈະສຳຜັດກັບຜູ້ຊົມຜ່ານສື່ສັງຄົມອອນລາຍ 300 ລ້ານຄົນ
“ການເດີນທາງໜ້າປະທັບໃຈ” ໂຄສະນາການທ່ອງທ່ຽວ ຫວຽດນາມ ຢູ່ເຂດ ອາຊີ - ảnh 1(ແຂກເຂົ້າຮ່ວມລາຍການ)

        ແຕ່ວັນທີ 15 ສິງຫາ ຈະມາເຖິງ, ລາຍການ “ການເດີນທາງໜ້າປະທັບໃຈ - Let’s Feast Vietnam” ຈະໄດ້ອອກອາກາດໃນຊ່ອງໂທລະພາບ Netflix ຂອງເຂດ ອາຊີ. ລາຍການໄດ້ຮັບຄວາມຫວັງວ່າ ຈະສຳຜັດກັບຜູ້ຊົມຜ່ານສື່ສັງຄົມອອນລາຍ 300 ລ້ານຄົນ, ຜ່ານນັ້ນກໍ່ໂຄສະນາວັດທະນະທຳ, ການທ່ອງທ່ຽວ, ອາການການກິນຂອງ ຫວຽດນາມ ອອກສູ່ໂລກ.

        10 ຕອນຂອງລາຍການໄດ້ຮັບຄວາມຫວັງວ່າ ຈະພາຜູ້ຊົມໄປຫຼາຍເຂດທີ່ມີຄວາມແຕກຕ່າງທີ່ສຸດຂອງນະຄອນ ໂຮ່ຈີມິນ, ຮ່າໂນ້ຍ ຫຼື ຮະລອງ ແຂວງ ກວາງນິງ. ທ່ານນາງ ຫງວຽນເຟືອງຮ່ວາ, ຫົວໜ້າກົມຮ່ວມມືສາກົນ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ, ໃຫ້ຮູ້ວ່າ, ລາຍການໂທລະພາບຕົວຈິງໄດ້ສ້າງຄວາມດຶງດູດໃຈຢ່າງໃຫຍ່ຫຼວງ.

        “ສິ່ງພິເສດແມ່ນ ລາຍການໄດ້ອອກອາກາດທາງໂທລະພາບໃນວັນທີ 15 ສິງຫາ, ນີ້ກໍ່ແມ່ນວັນທີ່ບັນດານະໂຍບາຍທີ່ເປີດກວ້າງກ່ຽວກັບການທ່ອງທ່ຽວ, ວີຊາຂອງ ຫວຽດນາມ ເລີ່ມມີຜົນສັກສິດ. ນີ້ແມ່ນຄຳເຊື້ອເຊີນນັກທ່ອງທ່ຽວຈົ່ງມາຢ້ຽມຢາມ ແລະ ຜ່ານຕົວຈິງຢູ່ ຫວຽດນາມ ຢ່າງແທ້ຈິງ”.

        ລາຍການ “ການເດີນທາງໜ້າປະທັບໃຈ - Let’s Feast Vietnam” ຈະໄດ້ອອກອາກາດທາງໂທລະພາບໃນລະຫວ່າງວັນທີ 15 – 29 ກັນຍາ ຢ່າງລຽນຕິດ. ລາຍການຈະໄດ້ອອກອາກາດຢູ່ທຸກປະເທດ ອາຊີ ໃນຊ່ອງໂທລະພາບ Netflix.

ຕອບກັບ

ຂ່າວ/ບົດ​ອື່ນ