ການ​ເຕີບ​ໂຕເສດ​ຖະ​ກິດ​ຂອງ ຫວຽດ​ນາມ ມີ​ຄວາມ​ປະ​ເອີບ​ໃຈ

(VOVWORLD) - ADB ຄາດວ່າ ໄພເງິນເຟີ້ຢູ່ ຫວຽດນາມ ໃນປີ2023 ແມ່ນ  3,8% ແລະ ປີ 2024 ແມ່ນ 4%.
ການ​ເຕີບ​ໂຕເສດ​ຖະ​ກິດ​ຂອງ ຫວຽດ​ນາມ ມີ​ຄວາມ​ປະ​ເອີບ​ໃຈ - ảnh 1

(ພາບ: TTXVN)

     ວັນທີ 13 ຕຸລາ,  ຜູ້ອຳນວຍການແຫ່ງຊາດ ທະນາຄານພັດທະນາ ອາຊີ ປະຈຳ ຫວຽດນາມ (ADB) ໄດ້ຕີລາຄາວ່າ ຫວຽດນາມ ສາມາດບັນລຸລະດັບການເຕີບໂຕທັງປີ 2023 ແມ່ນ 5,8%.  ຕາມທ່ານ Chakraborty ແລ້ວ ການຕີລາຄານີ້ ອີງຕາມບັນດາສັນຍານທີ່ຕັ້ງໜ້າ ໃນຂະແໜງການບໍລິການ ແລະ ກໍ່ສ້າງ. ນອກຈາກນັ້ນແລ້ວ, ADB ໄດ້ຮັບຮູ້ການເຕີບໂຕໃນຂະແໜງກະສິກຳຢູ່ ຫວຽດນາມ ດ້ວຍລາຄາຜະລິດຕະພັນກະເສດ ໄດ້ຮັກສາຢູ່ໃນລະດັບເປັນປົກກະຕິ.

   ທ່ານ Chakraborty ຍັງໄດ້ຕີລາຄາສູງນະໂຍບາຍເງິນຕາ ແລະ ການເງິນ ໂດຍລັດຖະບານ ຫວຽດນາມ ພວມຜັນຂະຫຍາຍ ແລະ ຖືວ່າ ບັນດານະໂຍບາຍນີ້ ໄດ້ສ້າງເງື່ອນໄຂສະດວກຢ່າງແທດຈິງ ໃຫ້ແກ່ການຄວບຄຸມໄພເງິນເຟີ້. ADB ຄາດວ່າ ໄພເງິນເຟີ້ຢູ່ ຫວຽດນາມ ໃນປີ2023 ແມ່ນ  3,8% ແລະ ປີ 2024 ແມ່ນ 4%.

ຕອບກັບ

ຂ່າວ/ບົດ​ອື່ນ