ການ​ເປີດ​ 6 ສາຍ​ການ​ບິນ​ສາ​ກົນ​ຄືນ​ໃໝ່ ​ແຕ່ຍັງ​ບໍ່​ທັນ​ຮັບ​ໃຊ້​​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ

(VOVWORLD) -     ຫວຽດນາມ ຈະເປີດສາຍການບິນສາກົນຄືນໃໝ່ສຳລັບບັນດາປະເທດ ແລະ ເຂດແຄວ້ນ ທີ່ຄວບຄຸມໂລກລະບາດໂຄວິດ - 19 ໄດ້ເປັນຢ່າງດີ ແລະ ຄ້າຍຄືກັນກັບ ຫວຽດນາມ, ນັບແຕ່ວັນທີ 15 ກັນຍາ.
ການ​ເປີດ​ 6 ສາຍ​ການ​ບິນ​ສາ​ກົນ​ຄືນ​ໃໝ່ ​ແຕ່ຍັງ​ບໍ່​ທັນ​ຮັບ​ໃຊ້​​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ - ảnh 1 (ພາບປະກອບ: cafe.vn)

ທີ່ກອງປະຊຸມຖະແຫຼງຂ່າວຂອງລັດຖະບານ ທີ່ຈັດຂຶ້ນໃນຕອນຄ່ຳວັນທີ 4 ກັນຍາ, ຢູ່ຮ່າໂນ້ຍ, ທ່ານຮອງລັດຖະມົນຕີກະຊວງຄົມມະນາຄົມ - ຂົນສົ່ງ ຫວຽດນາມ ຫງວຽນງອັກດົງ ໃຫ້ຮູ້ວ່າ:

        “ນັບແຕ່ວັນທີ 15 ກັນຍາ, ຫວຽດນາມ ຈະເປີດສາຍການບິນສາກົນຄືນໃໝ່ກັບບັນດາປະເທດ ສ.ເກົາຫຼີ, ຍີ່ປຸ່ນ, ຈີນ ແລະ ຄາດວ່າ ວັນທີ 22 ກັນຍາ ຈະເປີດສາຍການບິນກັບ ໄຕ້ຫວັນ (ຈີນ), ລາວ, ກຳປູເຈຍ ຄືນໃໝ່. ບັນດາເປົ້າໝາຍເຂົ້າເມືອງຫວຽດນາມ ເຊິ່ງກະຊວງຄົມມະນາຄົມ - ຂົນສົ່ງ ສະເໜີຕໍ່ ລັດຖະບານ ລວມມີ: ນັກທຸຕານຸທູດ, ຜູ້ເຄື່ອນໄຫວວຽກງານລັດຖະການ, ພົນລະເມືອງຫວຽດນາມ ພວມດຳລົງຊີວິດ ແລະ ເຮັດວຽກຢູ່ຕ່າງປະເທດ ທີ່ມີຄວາມຕ້ອງການຢາກກັບຄືນມາປະເທດ, ພົນລະເມືອງ ຫວຽດນາມ ທີ່ໄປເຮັດວຽກຢູ່ຕ່າງປະເທດ, ບັນດານັກຊ່ຽວຊານຕ່າງປະເທດ ທີ່ພວມປະຕິບັດໂຄງການຕ່າງໆຢູ່ ຫວຽດນາມ”.

        ກະຊວງຄົມມະນາຄົມ - ຂົນສົ່ງ ກໍໄດ້ສະເໜີວ່າ ແຕ່ລະອາທິດໃຫ້ຈັດ 1 ຖ້ຽວບິນ ໄປ - ກັບຕໍ່ 1  ໜຶ່ງ ປະເທດ. ການຈັດຖ້ຽວບິນຄືດັ່ງກ່າວ, ຄາດວ່າໃນເດືອນກັນຍານີ້ ຈະມີຄົນເຂົ້າເມືອງ ຫວຽດນາມ ປະມານ 5,000 ຄົນ.


ຕອບກັບ

ຂ່າວ/ບົດ​ອື່ນ