ການເລືອກຕັ້ງປະທານາ ທິບໍດີອາເມລິກາ:ໂອກາດ ເປີດກ້ວາງ ໃຫ້ແກ່ທ່ານ Obama

ການເລືອກຕັ້ງປະທານາ ທິບໍດີອາເມລິກາ:ໂອກາດ ເປີດກ້ວາງ ໃຫ້ແກ່ທ່ານ Obama  - ảnh 1

ປະທານາທິບໍດີ Obama

(ພາບ:vnexpress.net)

(VOV)- ​ໃນ​ບັ້ນຂົນຂວາຍ​ຫາ​ສຽງ​ເລືອກ​ຕັ້ງປະທາ​ນາ​ທິ​ບໍດີ​ອາ​ເມ​ລິ​ກາ, ​ບັນດາ​ການ​ຢັ່ງຫາງສຽງ​ໃຫ້​ເຫັນ​ວ່າ:  ປະທານາທິບໍດີ Obama ພວມ​ລື່ນ​ກາຍຄູ່​ແຂ່ງ​ດ້ວຍ​ຄະ​ແນນຢັ່ງ​ສຽງ​ຫຼ້າ​ສຸດຢ່າ​ງວຸດ​ວິດ​ຢູ່​ບັນ​ດາ​ລັດ​ທີ່​ມີ​ລັກ​ກະ​ສະ​ຕັດສິນ​ຕໍ່​ໝາກຜົນ​ການ​ເລືອກ​ຕັ້ງ​ໃນ​ປີ​ນີ້. ຕາມ​ໝາກຜົນ​ຂອງ​ການ​ຢັ່ງ​ຫາງຄັ້ງຫຼ້າ​ສຸດ​ໂດຍສູນ​ຄົ້ນຄ້ວາ PEW ປະກາດ​ເມື່ອ​ຕອນ​ເຊົ້າວັນ​ທີ 5/11, ຕາມ​ເວລາ​ຫວຽດນາມ, ​ໃຫ້​ຮູ້​ວ່າ:  ອັດຕາ​ການ​ສະໜັບສະໜູນ​ຂອງ​ຜູ້​​ມີ​ສິດເລືອກ​ຕັ້ງຕໍ່​ທ່ານ Obama ​ແລະ ທ່ານ Romney ​ແມ່ນ 48%-45%. ສ່ວນ​ຢູ່​ລັດ Iowa, ຕາມ​ໝາກຜົນ​ການ​ຢັ່ງ​ຫາງ​ສຽງ​ຂອງ​ໜັງສືພິມ​ລາຍ​ວັນ Des Moines Register ສະ​ແດງ​ໃຫ້​ເຫັນ​ວ່າ, ປະທານາທິບໍດີ Obama ພວມ​ລື່ນ​ກາຍຄູ່​ແຂ່ງດ້ວຍ​ລະດັບ 5% (47%-42%). ສ່ວນ​ຢູ່​ລັດ Ohio, ຕາມ​ໝາກຜົນ​ການ​ຢັ່ງ​ຫາງ​ສຽງ​ຂອງ​ໜັງສືພິມ​ Columbus  Dispatch, ປະທານາທິບໍດີ Obama  ພວມ​ນຳ​ໜ້າ ​ແລະ ລື່ນ​ກາຍ​ທ່ານ Romney 2% (50%-48%).  ​ໃນ​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງຢູ່​ລັດ Ohio ​ເມື່ອ​ຕອນ​ເ​ຊົ້າວັນ​ທີ 5/11, ທ່ານ Romney ​ເນັ້ນໜັກ​ວ່າ:

  ”ຂ້າພະ​ເຈົ້າສະ​ເໜີ​ໃຫ້​ພັກ​ຝ່າຍ​ປະຊາທິປະ​ໄຕຈົ່ງ​ຢຸດຕິ​ການ​ເຄື່ອນ​ໄຫວ​ໂຄສະນາ, ການ​ກ່າວ​ໂຈມ​ຕີ​ໄວ້​ຊົ່ວຄາວ​ເພື່ອ​ພິຈາລະ​ນາ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ເຂົາ​ເຈົ້າ​ໄດ້​ປະຕິ​ບັດ​ມາ​ຮອດ​ປະຈຸ​ບັນ. ມີ​ແຕ່​ຄຳ​ເວົ້າລ້າໆ​ແມ່ນ​ຈະ​ບໍ່​ມີ​ຄຸນຄ່າ​ແຕ່​ຢ່າງ​ໃດ, ຜົນງານ​ແມ່ນ​ສິ່ງ​ທີ່​ຕິດ​ແທດ​ຕົວ​ຈິງ ​ແລະ ສິ່ງ​ດັ່ງກ່າວ​ພຽງ​ອາດ​ຈະ​ປະຕິບັດ​ໄດ້​ດ້ວຍ​ຄວາມ​ມານະ​ພະຍາຍາມ​ຢ່າງ​ແທດ​ຈິງ. ການ​ປ່ຽນ​ແປງ​ແມ່ນ​ບໍ່​ອາດ​ວັດ​ແທກ​ໄດ້​ດ້ວຍ​ຄຳ​ປະ​ໂຫຍ​ກ ​ແລະ ບົດ​ກ່າວ​ປາ​ໄສ, ຫາກ​ໄດ້​ວັດ​ແທກ​ດ້ວຍ​ຜົນງານ​ຕົວ​ຈິງ”

 

 

ຂ່າວ/ບົດ​ອື່ນ