ການເລືອກຕັ້ງຜູ້ອຳນວຍການໃຫຍ່ UNESCO ຮອບທີ 3

(VOVWORLD) - ຮອບທີ 3 ການປ່ອນບັດເລືອກຕັ້ງຜູ້ອຳນວຍການໃຫຍ່ UNESCO ເປັນການຮັບຮູ້ຢ່າງກະໂດດຂັ້ນຂອງຜູ້ອອກສະໝັກຮັບເລືອກຕັ້ງ Audrey Azoulay ຂອງປະເທດ ຝະຣັ່ງ,


ເມື່ອຍາດເອົາໄດ້ 18 ບັດສະໜັບສະໜູນ ແລະ ຢືນອັນດັບທີ 1 ກັບຜູ້ອອກສະໝັກຮັບເລືອກຕັ້ງ Hammad bin Al-Kawari ຂອງປະເທດ ກາຕາ. ຄາດວ່າ: ສະພາບໍລິຫານງານ UNESCO ຈະສືບຕໍ່ປ່ອນບັດຮອບທີ 4 ໃນຕອນບ່າຍວັນທີ 12 ຕຸລາ.  ຜູ້ອອກສະໝັກຮັບເລືອກຕັ້ງ ຟ້າມແຊງເຈົາ ຂອງ ຫວຽດນາມ ໄດ້ຕັດສິນໃຈຖອນອອກຈາກການແຂ່ງຂັນກ່ອນທີ່ດຳເນີນການປ່ອນບັດຮອບທີ 3. ທ່ານ Michael Worbs ປະທານສະພາບໍລິຫານງານ ຕີລາຄາຜູ້ອອກສະໝັກຮັບເລືອກຕັ້ງຂອງ ຫວຽດນາມ “ໄດ້ສ້າງຄວາມກ້າວໜ້າທີ່ເປັນໜ້າສົນໃຈຢູ່ຮອບທີ 2”. ຕາມການຕີລາຄາຂອງບັນດາສະມາຊິກຄະນະເລຂາ UNESCO ແລ້ວ ເລື່ອງ ຫວຽດນາມ ຖອນອອກຈາກການສະໝັກຮັບເລືອກຕັ້ງ ຈະຊ່ວຍໂຮມບັດເລືອກຕັ້ງໃຫ້ບັນດາຜູ້ອອກສະໝັກຮັບເລືອກຕັ້ງທີ່ຍັງເຫຼືອ.


ຕອບກັບ

ຂ່າວ/ບົດ​ອື່ນ