ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະສະມາຊິກ ສະພາປະຊາຊົນທຸກຂັ້ນຢັ້ງຢືນສະຕິດ້ານການເມືອງ,ຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ພັກ,ລັດ

(VOVWORLD) -ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດຊຸດທີ XV ແລະສະມາຊິກ ສະພາປະຊາຊົນທຸກຂັ້ນ ອາຍຸການ 2021-2026  ດຳເນີນໄປຢ່າງສຳເລັດຜົນ ດ້ວຍອັດຕາຜູ້ໄປປ່ອນບັດແມ່ນສູງທີ່ສຸດ ດ້ວຍ 99,60% 
ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະສະມາຊິກ ສະພາປະຊາຊົນທຸກຂັ້ນຢັ້ງຢືນສະຕິດ້ານການເມືອງ,ຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ພັກ,ລັດ - ảnh 1ທ່ານ ບຸ່ຍວັນເກື່ອງ, ເລຂານຸການສະພາແຫ່ງຊາດ ຫົວຫນ້າຫ້ອງວ່າການສະພາແຫ່ງຊາດ, ຫົວຫນ້າຫ້ອງວ່າການສະພາເລືອກຕັ້ງແຫ່ງຊາດ
ພາບ: ສຳນັກຂ່າວສານຫວຽດນາມ

ທ່ານ ບຸ່ຍວັນເກື່ອງ, ເລຂານຸການສະພາແຫ່ງຊາດ ຫົວຫນ້າຫ້ອງວ່າການສະພາແຫ່ງຊາດ, ຫົວຫນ້າຫ້ອງວ່າການສະພາເລືອກຕັ້ງແຫ່ງຊາດ ຢືນຢັນວ່າ: ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດຊຸດທີ XV ແລະສະມາຊິກ ສະພາປະຊາຊົນທຸກຂັ້ນ ອາຍຸການ 2021-2026  ດຳເນີນໄປຢ່າງສຳເລັດຜົນ ດ້ວຍອັດຕາຜູ້ໄປປ່ອນບັດແມ່ນສູງທີ່ສຸດ ດ້ວຍ 99,60% ເປັນການຢັ້ງຢືນສະຕິດ້ານການເມືອງ, ນ້ຳໃຈຮັກຊາດ ແລະ ຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ພັກ, ລັດ.

ນີ້ແມ່ນການເລືອກຕັ້ງມີຂອບຂະຫນາດໃຫຍ່ສຸດນັບແຕ່ກອ່ນມາຮອດປະຈຸບັນ, ແລະ ດຳເນີນໄປໃນສະພາບໂລກລະບາດໂຄວິດ 19 ລະບາດຮອບໃຫມ່ ແຕ່ປະສົບຜົນສຳເລັດຢ່າງຈົບງາມ. ວັນທີ 10 ມິຖຸນາ ຈະມາເຖິງ, ສະພາເລືອກຕັ້ງແຫ່ງຊາດ ຈະໂຮມປະຊຸມພາຍໃຕ້ການເປັນປະທານຂອງທ່ານ ເວືອງດີ່ງເຫ້ວ ປະທານສະພາແຫ່ງຊາດ, ປະທານສະພາເລືອກຕັ້ງເພື່ອຕີລາຄາການເລືອກຕັ້ງໂດຍສັງເຂບ.

ຕາມການຕີລາຄາຂອງ ຫ້ອງວ່າການສະພາເລືອກຕັ້ງແຫ່ງຊາດແລ້ວ, ການເລືອກຕັ້ງໄດ້ຮັບປະກັນປະຊາທິປະໄຕ, ສະເໝີພາບ, ຖືກຕ້ອງກັບກົດໝາຍ, ປອດໄພ, ປະຢັດ ແລະ ແມ່ນວັນບຸນໃຫຍ່ຂອງທົ່ວປວງຊົນຢ່າງແທ້ຈິງ. ວຽກງານຈັດຕັ້ງການເລືອກຕັ້ງໄດ້ດຳເນີນໄປເປັນຢ່າງດີ ຖືກກັບກົດໝາຍ, ວຽກງານປ້ອງກັນຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍ, ການປ້ອງກັນສະກັດກັ້ນໂລກລະບາດໂຄວິດ 19 ໄດ້ຮັບປະກັນ ແລະ ມີຄວາມປອດໄພ, ວຽກງານໂຄສະນາມີການປ່ຽນແປງໃຫມ່ ປະດິດຄິດສ້າງ ແລະ ບັນລຸປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ