ການເສັງປາຖະກະຖາເປັນພາສາອັງກິດໃນທົ່ວໂລກ EF Challenge 2017

ການເສັງປາຖະກະຖາເປັນພາສາອັງກິດໃນທົ່ວໂລກ EF Challenge 2017 - ảnh 1
(ບັນ​ດາ​ນັກ​ຮຽນ​ໄດ້​ຮັບ​ລາງວັນ​ໃນ​ຄັ້ງ​ນີ້)

(vovworld) – ຕອນ​ເຊົ້າ​ວັນ​ທີ 26/3, ຢູ່ ຮ່າ​ໂນ້ຍ, ອົງ​ການ​ສຶກ​ສາ​ສາ​ກົນ EF Education First ໄດ້​ຈັດ​ຕັ້ງ​ຮອ​ບ​ຊິງ​ຊະ​ນະ​ເລີດ​ການ​ເສັງ​ປາ​ຖະ​ກະ​ຖາ​​ເປັນພາ​ສາ​ອັງ​ກິດ​ໃນ​ທົ່ວ​ໂລກ EF Challenge ປີ 2017 ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ Giles Lever, ເອກ​ອັກ​ຄະ​ລັດ​ຖະ​ທູດ ອັງ​ກິດ ໃນ​ບົດ​ບາດ​ເປັນ​ຄະ​ນະ​ກຳ​ມະ​ການ. ມີ​ນັກ​ຮຽນ​ດີ​ເດັ່ນ 9 ຄົນ​ຢູ່​ຊັ້ນ​ມັດ​​ທະ​ຍົມ​ຕອນ​ຕົ້ນ ແລະ ມັດ​ທະ​ຍົມ​ຕອນ​ປາຍ​ໃນ​ທົ່ວ​ປະ​ເທດ​ໄດ້​ມີ​ໜ້າ​ຢູ່​ຫ້ອງ​ການ EF ຮ່າ​ໂນ້ຍ ເພື່ອ​ແຂ່ງ​ຂັນ. ບັນ​ດາ​ເພື່ອນ​ໜຸ່ມ​ທີ່​​ປີ​ຊາ​ສາ​ມາດນີ້ ໄດ້​ຜ່ານການ​ເສັງ​ຢູ່ ຮ່າ​ໂນ້ຍ ແລະ ນະ​ຄອນ ໂຮ່​ຈີ​ມິນ. ຜູ້​ຍາດ​ໄດ້​ລາງວັນ​ທີ​ໜຶ່ງ ຈະ​ໄດ້​ຮັບ​ປີ້​ເຂົ້າ​ຮ່ວ​ມ​ເວ​ທີ​ປາ​ໄສ​ການ​ນຳ​ໜຸ່ມ ຢູ່ ນິວ​ຢອກ (ອາ​ເມ​ລິ​ກາ) ສຳ​ລັບຊັ້ນ​ມັດ​ທະ​ຍົມ​ຕອນ​ປາຍ ແລະ ​ໄດ້ຮຽນ 2 ອາ​ທິດ​ຢູ່​ໂຮງ​ຮຽນ​ສາ​ກົນ EF Singapore ສຳ​ລັບ​ຊັ້ນ​ຮຽນ​ມັດ​​ທະະ​ຍົມ​ຕອນ​ຕົ້ນ.


ຂ່າວ/ບົດ​ອື່ນ