ການເຫັນເປັນດີຈີຕອນ: Big data ອາດຈະປະກອບຈຳນວນເງິນກ່ວາ 100 ຕື້ USD ໃຫ້ແກ່ອາຊີຕາເວັນອອກສ່ຽງໃຕ້

(VOVWORLD) - ໃນບົດລາຍງານທີ່ມີຊື່ວ່າ “ຂຸດຄົ້ນຄວາມສາມາດບົ່ມຊ້ອນຂອງ Big data ຢູ່ອາຊີຕາເວັນອອກສ່ຽງໃຕ້ພາຍຫຼັງໂລກລະບາດ”, ADB ໄດ້ຖືວ່າ: ການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານເພື່ອສະໜອງວິທີການຮ່ຳຮຽນທາງໄກ ແລະ ຫັນເປັນສ່ວນຕົວ...
ການເຫັນເປັນດີຈີຕອນ: Big data ອາດຈະປະກອບຈຳນວນເງິນກ່ວາ 100 ຕື້ USD ໃຫ້ແກ່ອາຊີຕາເວັນອອກສ່ຽງໃຕ້ - ảnh 1(ພາບປະກອບ: theedgemarkets.com)

ວັນທີ 17 ສິງຫາ, ທະນາຄານພັດທະນາ ອາຊີ (ADB) ໄດ້ຍົກອອກບົດລາຍງານທີ່ໃຫ້ຂໍ້ສັງເກດວ່າ: Big data (ຂໍ້ມູນໃຫຍ່) ອາດຈະໜູນຊ່ວຍຈຳນວນເງິນກ່ວາ 100 ຕື້ USD ໃຫ້ແກ່ບັນດາກາລະໂອກາດພັດທະນາຢູ່ ອາຊີຕາເວັນອອກສ່ຽງໃຕ້, ພິເສດແມ່ນສຳລັບ 5 ປະເທດ: ກຳປູເຈຍ, ອິນໂດເນເຊຍ, ມຽນມາ, ຟີລິບປິນ ແລະ ໄທ. ໃນບົດລາຍງານທີ່ມີຊື່ວ່າ “ຂຸດຄົ້ນຄວາມສາມາດບົ່ມຊ້ອນຂອງ Big data ຢູ່ອາຊີຕາເວັນອອກສ່ຽງໃຕ້ພາຍຫຼັງໂລກລະບາດ”, ADB ໄດ້ຖືວ່າ: ການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານເພື່ອສະໜອງວິທີການຮ່ຳຮຽນທາງໄກ ແລະ ຫັນເປັນສ່ວນຕົວ, ກໍ່ຄືການສົມທົບລະຫວ່າງການເຮັດວຽກທາງໄກ ອາດຈະປະກອບສ່ວນຈຳນວນເງິນ 77,1 ຕື້ USD ໃນແຕ່ລະປີເຂົ້າໃນຍອດຜະລິດຕະພັນພາຍໃນ (GDP) ຂອງບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ດັ່ງກ່າວໃນປີ 2030.

        ບົດລາຍງານກໍ່ໃຫ້ຮູ້ຕື່ມອີກວ່າ: ການໄຈ້ແຍກເພື່ອແຊກຊຶມກ່ຽວກັບດ້ານສຸຂະພາບໃຫ້ແກ່ກຸ່ມປະຊາກອນທີ່ມີຄວາມສ່ຽງອາດຈະປະກອບສ່ວນຈຳນວນເງິນ 15,5 ຕື້ USD ເຂົ້າ GDP ຂອງບັນດາປະເທດນີ້ໃນປີ 2030. ບົດລາຍງານນີ້ແມ່ນສະບັບສຸດທ້າຍໃນຈຳນວນບົດລາຍງານ 4 ສະບັບຂອງການຄົ້ນຄ້ວາກ່ຽວກັບພາກພື້ນທີ່ສ້າງສຳເລັດໃນປີ 2021 ແລະ ADB ໄດ້ໜູນຊ່ວຍດ້ານເຕັກນິກ ກ່ຽວກັບການໃຫ້ຄຳປຶກສານະໂຍບາຍຟື້ນຟູເສດຖະກິດພາຍຫຼັງໂລກລະບາດໂຄວິດ - 19 ຢູ່ອາຊີຕາເວັນອອກສ່ຽງໃຕ້.

ຕອບກັບ

ຂ່າວ/ບົດ​ອື່ນ