ການແຂ່ງຂັນຖີບລົດ ນາມກີ່ເຂີ໋ຍເຫງັຍ ຈະຈັດຕັ້ງໃນທ້າຍເດືອນ ຕຸລາ ປີ 2019

(VOVWORLD) - ການແຂ່ງຂັນຖີບລົດປະເພນີ ນາມກີ່ເຂີ໋ຍເຫງັຍ - ຊີງຂັນກະຈາຍສຽງ VHO ເປີດກ້ວາງຄັ້ງທີ 22 ຈະໄດ້ຈັດຕັ້ງໃນວັນທີ 21 ຕຸລາ ແລະ ເຂົ້າເສັ້ນໄຂໃນວັນທີ 04 ພະຈິກ 2019. 

ປີນີ້ ຄາດວ່າການແຂ່ງຂັນຖີບລົດຈະພິຊິດໄລຍະທາງຜ່ານ 3 ປະເທດອິນດູຈີນ ດ້ວຍເສັ້ນທາງໃໝ່ ແລະ ພິເສດໄປຜ່ານນະຄອນຫລວງ 2 ປະເທດ ລາວ ແລະ ກຳປູເຈຍ.

        ການແຂ່ງຂັນປີນີ້ ນອກຈາກຄວາມໝາຍປະເພນີ ແລະ ປາດຖະໜາຢາກຢັ້ງຢືນໄລຍະທາງໄປອ້ອມຮອບ 3 ປະເທດ ອິນດູຈີນ ຊຶ່ງລວມມີ ຫວຽດນາມ, ລາວ ແລະ ກຳປູເຈຍ ປະຈຳປີແລ້ວ, ຍັງແມ່ນໂອກາດເພື່ອໃຫ້ບັນດານັກແຂ່ງຂັນຖີບລົດ ຫວຽດນາມ ມີໂອກາດແຂ່ງຂັນ, ຝຶກຊ້ອມຍົກສູງຜົນງານ, ແນໃສ່ກະກຽມໃຫ້ SEA Game ຄັ້ງທີ 30 – 2019 ເຊິ່ງຈັດຕັ້ງຢູ່ປະເທດ ປີລິບປີນ ເປັນຢ່າງດີ.

ຕອບກັບ

ຂ່າວ/ບົດ​ອື່ນ