ການແຂ່ງຂັນນັກສຶກສາ ລາວ ປາຖະກະຖາດ້ວຍພາສາ ຫວຽດ ຄັ້ງທີ 1

(VOVWORLD) -  ການແຂ່ງຂັນໄດ້ດຶງດູດນັກສຶກສາລາວ ທີ່ມາຈາກມະຫາວິທະຍາໄລແຫ່ງຕ່າງໆໃນບໍລິເວນນະຄອນ ຮ່າໂນ້ຍ ເຂົ້າຮ່ວມ 11 ທິມ. ບັນດາທິມເຫຼົ່ານັ້ນລ້ວນແຕ່ມີເນື້ອໃນປາຖະກະຖາຢ່າງອຸດົມສົມບຸນ
ການແຂ່ງຂັນນັກສຶກສາ ລາວ ປາຖະກະຖາດ້ວຍພາສາ ຫວຽດ ຄັ້ງທີ 1 - ảnh 1 ການມອບລາງວັນທີ່ການແຂ່ງຂັນ

ເນື່ອງໃນໂອກາດສະເຫຼີມສະຫຼອງ 42 ປີແຫ່ງວັນສະຖາປະນາປະເທດ ສປປ ລາວ (2/12/1975 – 2/12/2017), ວັນທີ 26 ພະຈິກ, ຢູ່ຮ່າໂນ້ຍ, ສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ, ສະມາຄົມມິດຕະພາບ ຫວຽດນາມ - ລາວ ນະຄອນ ຮ່າໂນ້ຍ ສົມທົບກັບມະຫາວິທະຍາໄລການຄ້າຕ່າງປະເທດ ຈັດຕັ້ງການແຂ່ງຂັນນັກສຶກສາ ລາວ ປາຖະກະຖາພາສາ ຫວຽດຄັ້ງທີ 1 ປີ 2017.

        ການແຂ່ງຂັນໄດ້ດຶງດູດນັກສຶກສາລາວ ທີ່ມາຈາກມະຫາວິທະຍາໄລແຫ່ງຕ່າງໆໃນບໍລິເວນນະຄອນ ຮ່າໂນ້ຍ ເຂົ້າຮ່ວມ 11 ທິມ. ບັນດາທິມເຫຼົ່ານັ້ນລ້ວນແຕ່ມີເນື້ອໃນປາຖະກະຖາຢ່າງອຸດົມສົມບຸນ, ມີຫົວຄິດປະດິດສ້າງ, ສະແດງໃຫ້ເຫັນລະດັບຄວາມເຂົ້າໃຈພາສາ ຫວຽດນາມ ໄດ້ດີ ແລະ ຄວາມຮູ້ຢ່າງກ້ວາງຂວາງກ່ຽວກັບນະຄອນຫຼວງ ຮ່າໂນ້ຍ, ປະເທດ ຫວຽດນາມ ແລະ ນ້ຳໃຈມິດຕະພາບ ທີ່ເປັນມູນເຊື້ອ ຫວຽດນາມ - ລາວ. ຄະນະຈັດຕັ້ງໄດ້ມອບລາງວັນພິເສດມີມູນຄ່າ 4 ລ້ານດົ່ງໃຫ້ເພື່ອນ ວິມົນສາ ພະສະຫວັດ, ໂຮງຮຽນມິດຕະພາບ 80, ລາງວັນທີໜຶ່ງ 2 ລາງວັນ, ລາງວັນລະມີມຸນຄ່າ 3 ລ້ານດົ່ງ ໃຫ້ນາງ ປາລະມີ ພະສຸກໄຊງາມ, ມະຫາວິທະຍາໄລ ບໍ່ແຮ່ ແລະ ນາງ ສຸພາພອນ ໄຊສົງຄາມ (ມະຫາວິທະຍາໄລການຄ້າຕ່າງປະເທດ). ນອກຈາກນັ້ນ, ຄະນະຈັດຕັ້ງກໍ່ໄດ້ມອບລາງວັນທີສອງ 3 ລາງວັນ, ລາງວັນລະມີມຸນຄ່າ 2 ລ້ານດົ່ງ, ລາງວັນທີສາມ 5 ລາງວັນ, ລາງວັນລະ 1 ລ້ານດົ່ງ ໃຫ້ບັນດານັກສຶກສາເຂົ້າຮ່ວມທີ່ມີບົດແຂ່ງຂັນໄດ້ດີ.

ຕອບກັບ

ຂ່າວ/ບົດ​ອື່ນ