ການ​ແຂ່ງ​ຂັນ​ອອກ​ແບບ​ຜະ​ລິດ​ຕະ​ພັນ​ຂອງ​ຂວັນ​ການ​ທ່ອງ​ທ່ຽວ ຍາ​ຈາງ - ແຄ໊ງ​ຮ່​ວາ

(VOVWORLD) - ຜະລິດຕະພັນຂອງຂວັນການທ່ອງທ່ຽວ ຕ້ອງມີລັກສະນະສັງລວມ, ງາມຕາ ແລະ ມີຈຸດທີ່ເປັນເອກະລັກສະເພາະຂອງຂະແໜງການທ່ອງທ່ຽວ ແຄ໊ງຮ່ວາ.
ການ​ແຂ່ງ​ຂັນ​ອອກ​ແບບ​ຜະ​ລິດ​ຕະ​ພັນ​ຂອງ​ຂວັນ​ການ​ທ່ອງ​ທ່ຽວ ຍາ​ຈາງ - ແຄ໊ງ​ຮ່​ວາ - ảnh 1ການນຳແຂວງແຄ໊ງຮ່ວາຕ້ອນຮັບແຂກທ່ອງທ່ຽວມາທ່ຽວແຂວງ ແຄ໊ງຮ່ວາ (ພາບ: VOV)

ຄະນະກຳມະການປະຊາຊົນແຂວງ ແຄ໊ງຮ່ວາ ຫາກໍ່ປະກາດໃຊ້ແຜນການຈັດຕັ້ງການແຂ່ງຂັນ “ອອກແບບຜະລິດຕະພັນຂອງຂວັນການທ່ອງທ່ຽວ ຍາຈາງ - ແຄ໊ງຮ່ວາ” ເພື່ອຊອກຫາ, ຄັດເລືອກຜະລິດຕະພັນຂອງຂວັນສຳລັບແຂກທ່ອງທ່ຽວ, ຄູ່ຮ່ວມມື, ຄະນະທູຕານຸທູດເມື່ອມາຢາມທ້ອງຖິ່ນ.

ຜະລິດຕະພັນຂອງຂວັນການທ່ອງທ່ຽວ ຕ້ອງມີລັກສະນະສັງລວມ, ງາມຕາ ແລະ ມີຈຸດທີ່ເປັນເອກະລັກສະເພາະຂອງຂະແໜງການທ່ອງທ່ຽວ ແຄ໊ງຮ່ວາ ເພື່ອນຳໃຊ້ໃນບັນດາການເຄື່ອນໄຫວຖະແຫຼງຂ່າວ, ໂຄສະນາເຜີຍແຜ່, ສົ່ງເສີມການໂຄສະນາການທ່ອງທ່ຽວ, ຈັດຕັ້ງບັນດາການເຄື່ອນໄຫວ, ເຫດການພາຍໃນປະເທດ ແລະ ສາກົນ, ຮັບໃຊ້ບັນດາໜ້າທີ່ ການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມ. ທ່ານນາງ ຫງວຽນທິເລແທັງ, ຫົວໜ້າພະແນກການທ່ອງທ່ຽວແຂວງ ແຄ໊ງຮ່ວາ ໃຫ້ຮູ້ວ່າ:

ພວກຂ້າພະເຈົ້າເປັນເສນາທິການໃຫ້ແຜນການ ແລະ ການຈັດຕັ້ງການແຂ່ງຂັນອອກແບບກ່ຽວກັບຜະລິດຕະພັນຂອງຂວັນການທ່ອງທ່ຽວຍາຈາງ - ແຄ໊ງຮ່ວາ. ພາຍຫລັງການແຂ່ງຂັນ, ຜະລິດຕະພັນຂອງຂວັນທີ່ໄດ້ຮັບການຮັບຮອງ ຈະເອົາໄປນຳໃຊ້ເພື່ອ ອອກແບບ, ສົ່ງໄປຍັງບັນດາວິສາຫະກິດໃນບໍລິເວນແຂວງ ແລະ ນຳໃຊ້ຮູບແບບນີ້ເປັນເຄື່ອງໝາຍການທ່ອງທ່ຽວຂອງ ແຄ໊ງຮ່ວາ.

ຕອບກັບ

ຂ່າວ/ບົດ​ອື່ນ