ການແຫ່ຂະບວນປະທ້ວງທີ່ສູນຮັບຊາວອົບພະຍົບຢູ່ບູນກາຣີ

ການແຫ່ຂະບວນປະທ້ວງທີ່ສູນຮັບຊາວອົບພະຍົບຢູ່ບູນກາຣີ - ảnh 1
ເດັກ​ນ້ອຍ​ອາບ​ກາ​ນິ​ສະ​ຖານ​ຢູ່​ເຂດ​ຫລີ້​ໄພ
ພາບ:THX/TTXVN

(vovworld)- ວັນ​ທີ 24/10, ຄວາມ​ເຄັ່ງ​ຕຶງ​ໄດ້​ເພີ່ມ​ຂຶ້ນ​ຢູ່​ເຂດ​ຫລີ້​ໄພ​ໃຫຍ່​ສຸດ​ຢູ່ ບູນ​ກາ​ຣີ ຂະ​ນະ​ທີ່​ຊາວ​ອົບ​ພະ​ຍົບ ອາບ​ກາ​ນິ​ສະ​ຖານ ​ນັບ​ຮ້ອຍໆ​ຄົນ ໄດ້​ປຸກ​ລະ​ດົມ​ການ​ແຫ່​ຂະ​ບວນ​ປະ​ທ້ວງ ເພື່ອ​ຮຽກ​ຮ້ອງ​ໄດ້​ຮັບອະ​ນຸ​ຍາດ​ສືບ​ຕໍ່​ການ​ເດີນ​ທາງ​ເຖິງ​ບັນ​ດາ​ປະ​ເທດ ເອີ​ລົບ​ຕ​ເວັນ​ຕົກ. ຄະ​ນະ​ກຳ​ມະ​ການ​ກ່ຽວ​ກັບ​ສິດ​ທິ​ມະ​ນຸດ Helsinki ຂອງ ບູນ​ກາ​ຣີ ໃຫ້​ຮູ້​ວ່າ: ມີ​ຊາວ​ອົບ​ພະ​ຍົບປະ​ມານ 300 ຄົນ ໄດ້​ແຫ່​ຂະ​ບວນ​ຢູ່​ສູນ​ຮັບຊາວ​ອົບ​ພະ​ຍົບ Harmali ໃກ້​ກັບ​ຊາຍ​ແດນ ຕວກ​ກີ. ເມື່ອ​ແລກ​ປ່ຽນ​ກັບ​ວົງ​ການ​ນັກ​ຂ່າວ, ໂຄ​ສົກ Iliana Savova ໃຫ້​ຮູ້​ວ່າ: ບັນ​ດາ​ຜູ້​ແຫ່​ຂະ​ບວນ​ປະ​ທ້ວງ​ໄດ້​ຄັດ​ຄ້ານ​ເລື່ອງ​ຖືກ​ຕິດ​ຄ້າງ​ຢູ່ ບູນ​ກາ​ຣີ ຊື່ງ​ຄວາມ​ມຸ້ງ​ມາດ​ປາດ​ຖະ​ຫນາຂອງ​ເຂົາ​ເຈົ້າແມ່ນ​ສືບ​ຕໍ່​ເດີນ​ທາງ​ເຖິງ Serbia ແລະ ຈາກນັ້ນ​ແມ່ນ​ເຂົ້າ​ເມືອງບັນ​ດາ​ປະ​ເທດ ເອີ​ລົບ ຕາ​ເວັນ​ຕົກ. ກະ​ຊວງ​ພາຍ​ໃນ ບູນ​ກາ​ຣີ ກໍ​ໄດ້​ຮັບ​ຮູ້​ສະ​ພາບ​ການ​ເຄັ່ງ​ຕຶງ​ພວມ​ເພີ່ມ​ຂຶ້ນ​ຢູ່​ສູນ​ດັ່ງ​ກ່າວ ຊື່ງ​ປະ​ຈຸ​ບັນ​ພວມ​ມີ​ຊາວ​ອົບ​ພະ​ຍົບ​ພັກ​ອາ​ໄສ 3.800 ຄົນ. ວົງ​ການ​ເຈົ້າ​ຫນ້າ​ທີ່​ປະ​ເທດນີ້​ກໍ​ໃຫ້​ຮູ້​ວ່າ:ພວມດ​ຳ​ເນີນ​ບັນ​ດາ​ການ​ເຈ​ລະ​ຈາ​ກັບ​ຜູ້​ແຫ່​ຂະ​ບວນ​ປະ​ທ້ວງ.


ຕອບກັບ

ຂ່າວ/ບົດ​ອື່ນ