ການແຫ່ຂະບວນປະທ້ວງຢູ່ນະຄອນຫລວງ ເຊອູນ (ສ.ເກົາຫຼີ) ຄັດຄ້ານຜັນຂະຫຍາຍ THAAD

(VOVWORLD) - ວັນທີ 24 ມິຖຸນາ ຊາວ ສ.ເກົາຫຼີ ນັບພັນຄົນ ໄດ້ເດີນຂະບວນປະທ້ວງຢູ່ໃກ້ສະຖານທູດ ອາເມລິກາ ຢູ່ໃຈກາງນະຄອນຫລວງ ເຊອູນ ເພື່ອແນໃສ່ຮຽກຮ້ອງຢຸດຕິການຜັນຂະຫຍາຍລະບົບປ້ອງກັນລູກສອນໄຟໄລຍະໄກໄລຍະສຸດທ້າຍ (THAAD) ຂອງ ອາເມລິກາ ຢູ່ປະເທດອາຊີຕາເວັນອອກສ່ຽງເໜືອນີ້
ການແຫ່ຂະບວນປະທ້ວງຢູ່ນະຄອນຫລວງ ເຊອູນ (ສ.ເກົາຫຼີ) ຄັດຄ້ານຜັນຂະຫຍາຍ THAAD - ảnh 1 ການເດີນຂະບວນປະທ້ວງຢູ່ Seoul (ພາບ: EPA/YONHAP)

ຄາດວ່າມີປະມານ 4.000 ຄົນເຂົ້າຮ່ວມການເດີນຂະບວນປະທ້ວງຢູ່ Seoul Plaza, ນີ້ແມ່ນຈຳນວນຄົນເດີນຂະບວນປະທ້ວງຄັ້ງໃຫຍ່ສຸດ ນັບແຕ່ເມື່ອ ສ.ເກົາຫຼີ ແລະ ອາເມລິກາ ເຫັນດີຜັນຂະຫຍາຍ THAAD. ຫລັງຈາກນັ້ນ, ບັນດາຜູ້ຄົນເດີນຂະບວນໄດ້ເຄື່ອນຍ້າຍເຖິງສະຖານທູດ ອາເມລິກາ ຢູ່ນະຄອນຫລວງ ເຊອູນ, ອ້ອມຮອບສຳນັກງານຂອງຄະນະປະຕິບັດງານ ກ່ອນທີ່ຈະສືບຕໍ່ເດີນຂະບວນຄັດຄ້ານ. ບັນດາຄົນເດີນຂະບວນຖືວ່າ: ປະທານາທິບໍດີ ອາເມລິກາ Donald Trump ໄດ້ບັງຄັບ ສ.ເກົາຫຼີ ຕ້ອງຜັນຂະຫຍາຍ THAAD. ຕາມເຂົາເຈົ້າແລ້ວ, ເລື່ອງຜັນຂະຫຍາຍລະບົບນີ້ ແມ່ນບໍ່ຈຳເປັນ ສຳລັບການເຄື່ອນໄຫວປ້ອງກັນໃນແຫຼມ ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ