ການແຫ່ຂະບວນປະທ້ວງຢູ່ອີຢີບ

     ການແຫ່ຂະບວນປະທ້ວງຢູ່ອີຢີບ - ảnh 1
(ພາບ:vov.vn)

(Vovworld)- ວັນ​ທີ 7/7, ຫຼາຍນະຄອນ​ໃນ​ປະ​ເທດ​ອີ​ຢີບ ຖືກ​ສັ່ນ​ສະ​ເທ​ືອນຍ້ອນ​ກະ​ແສ​ຟອງ​ແຫ່​ຂະ​ບວນປະ​ທ້ວງ ຂະນະ​ທີ່​ສອງ​ຝ່າຍ​ສະໜັບສະໜູນ ​ແລະ ຄັດຄ້ານ​ປະທານາທິບໍດີ​ຜູ້​ທີ່​ຖືກ​ໂຄ່ນ​ລົ້ມ Mohamed Morsi ພ້ອມ​ກັນ​ລົງ​ຖະໜົນ​ເພື່ອ​ສະ​ແດງ​ທັດສະນະ​ຂອງ​ຕົນ.​ ຢູ່​ນະຄອນຫຼວງ​ກາຍ​ໂຣ, ຜູ້ແຫ່​ຂະ​ບວນປະ​ທ້ວງ​ກ່ວາ 250.000 ຄົນ​ໄດ້​ພາກັນ​ໄປ​ສະໜາມ​ຫຼວງ Tahrir ​ແລະ ຕໍ່ໜ້າ​ທຳນຽບປະທານາທິບໍດີ​ເພື່ອ​ຄັດຄ້ານ​ອົງການ​ອ້າຍ​ນ້ອງ​ຊາວ​ມຸດ​ສະ​ລິ​ມ ກໍ່​ຄືຄຳຮຽກຮ້ອງ​ຂອງ​ອົງການ​ນີ້​ກ່ຽວ​ກັບ​ເລື່ອງ​ຟື້ນ​ຟູ​ຕຳ​ແໜ່​ງ​ໃຫ້​ແກ່​ທ່ານ Mohamed Morsi. ຢູ່ Alexandria ນະຄອນ​ໃຫ່ຍອັນ​ດັບ​ທີ 2 ຂອງ​ອີ​ຢີບ, ນັບ​ພັນ​ຄົນ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ສະໜາມ​ຫຼວງ Sidi Gaber ​ເພື່ອ​ແນ​ໃສ່​ຄັດຄ້ານ​ອົງການ​ອ້າ​ຍນ້ອງ​ຊາວ​ມຸດ​ສະ​ລິ​ມ ກໍ່​ຄື​ການ​ສະໜັບສະໜູນ​ຂອງອາ​ເມ​ລິ​ກາຕໍ່ ປະທານາທິບໍດີ​ຜູ້​ທີ່​ຖືກ​ໂຄ່ນ​ລົ້ມ Mohamed Morsi. ສ່ວນ​ຢູ່​ນະຄອນ Suez ​ແລະ Mahala, ບັນດາ​ກຳລັງ​ສະໜັບສະໜູນ​ການ​ລັດຖະປະຫານ​ກໍ່​ໄດ້​ຈັດການ​ແຫ່​ຂະ​ບວນຄັ້ງຕ່າງໆ​ໄປ​ເຖິງ​ເຂດ​ສະໜາມ​ຫຼວງ​ໃຈກາງ.

 

ຂ່າວ/ບົດ​ອື່ນ