ການໂອ້ລົມສົນທະນາ Shangri – La 12 - ກຳນົດທິດຍຸດທະສາດ ຄວາມໝັ້ນຄົງພາກພື້ນ

ການໂອ້ລົມສົນທະນາ Shangri – La 12 - ກຳນົດທິດຍຸດທະສາດ ຄວາມໝັ້ນຄົງພາກພື້ນ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູງ
ຈະ​ເຂົ້າ​ຮ່ວມ ​ແລະ ກ່າວ​ຄຳ​ເຫັນ​ຢູ່​ພິທີ​ໄຂການ​ໂອ້​ລົ​ມສົນທະນາ Shangri – La 12
(ພາບປະກອບ)

(vovworld) – ​ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊີ​ນຂອງ​ທ່ານ​ນາຍົກລັດຖະມົນຕີ ສິງ​ກາ​ໂປ ຫຼີຊຽນຫຼົງ ​ແລະ ຄະນະ​ຈັດ​ຕັ້ງ​ການ​ໂອ​້ລົມ​ສົນທະນາ Shangri La, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູງ ຈະ​ເຂົ້າ​ຮ່ວມ ​ແລະ ກ່າວ​ຄຳ​ເຫັນ​ຢູ່​ພິທີ​ໄຂການ​ໂອ້​ລົ​ມສົນທະນາ Shangri – La 12 ຢູ່ ສິງ​ກາ​​ໂປ​ແຕ່​ວັນ​ທີ 31/5 ຮອດ ວັນ​ທີ 1/6/2013. ການ​ໂອ້​ລົ​ມສົນທະນາ Shangri – La 12 ລວມມີ 27 ປະ​ເທດຢູ່​ພາກ​ພື້ນ ອາ​ຊີ - ປາຊີ​ຟີ​ກ, ​ໃນ​ນັ້ນ​ມ​ີ 10 ປະ​ເທດ​ອາ​ຊຽນ ​ແລະ ບັນດາ​ປະ​ເທດ​ຄື: ຈີນ, ຍີ່ປຸ່ນ, ສ ​ເກົາຫຼີ, ອິນ​ເດຍ, ອາ​ເມ​ລິ​ກາ, ລັດ​ເຊຍ, ກາ​ນາ​ດາ, ອັງກິດ, ຝຣັ່ງ.​.​.​ ການ​ໂອ້​ລົ​ມສົນທະນາ Shangri – La 12 ສຸມ​ໃສ່​ເຂົ້າ​ໃນ​ບາງ​ຫົວ​ຂໍ​້ຄື: ການ​ສຳ​ຜັດ​ຂອງ ອາ​ເມ​ລິ​ກາ ດ້ວຍ​ຄວາມ​ໝັ້ນຄົງ​ຂອງ​ພາກ​ພື້ນ​, ປົກ​ປ້ອງ​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ, ປ້ອງ​ກັນ, ສະກັດ​ກັ້ນ​ການ​ປະ​ທະ​ກັນ.​​.​. ທີ່​ກອງ​ປະຊຸມ​ພິ​ເສດ​ຈະ​ປຶກສາ​ຫາລື​ບາງ​ບັນຫາ​ມີ​ລັກສະນະ​ວິຊາ​ສະ​ເພາະ​ຄື: ປ້ອງ​ກັນ, ສະກັດ​ກັ້ນ​ການ​ປະ​ທະ​ກັນ​ບົນ​ທະ​ເລ, ບັນດາ​ເຕັກ​ໂນ​ໂລ​ຢີ ​ແລະ ທິດສະດີການ​ທະຫານ​ໃໝ່, ການ​ພົວພັນ​ດ້ານ​ປ້ອງ​ກັນຊາ​ດ ​ແລະ ສະກັດ​ກັ້ນການ​ປະ​ທະ​ກັນ, ຂອບ​ຂະໜາດ​​ເຄືອ​ຂ່າຍ​ຂໍ້​ມູນ​ຂ່າວສານ ​ແລະ ຄວາມ​ໝັ້ນຄົງ ອາຊີ.

    ພ້ອມ​ກັບ​ບັນດາ​ການ​ຜົນສຳ​ເລັດ​ໃນ​ພາລະກິດ​ປ່ຽນ​ແປງ​ໃໝ່ ​ແລະ ນະ​ໂຍບາຍ​ພົວພັນ​ຕ່າງປະ​ເທດ, ຫວຽດນາມ ນັບ​ມື້​ນັບ​ຢັ້ງຢືນ​ບົດບາດ ​ແລະ ອິດ​ທິພົນ​ຊື່​ສຽງ​ຂອງ​ຕົນ​​ໃນ​ພາກ​ພື້ນ ​ແລະ ສາກົນ, ເປັນຕົ້ນ​ແມ່ນໃນ ອາຊຽນ ​ແລະ ພາກ​ພື້ນ ອາຊີ ຕາ​ເວັນ​ອອກ. ​ເລື່ອງ​ຄະນະ​ຈັດ​ຕັ້ງການ​ໂອ້​ລົ​ມສົນທະນາ Shangri – La 12 ​ເຊື້ອ​ເຊີນ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ເຂົ້າ​ຮ່ວມ ​ແລະ ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ ​ໄດ້​ພິສູດ​ໃຫ້​ເຫັນ​ຄວາມ​ຖື​ເປັນ​ສຳຄັນ ​ແລະ ຕີ​ລາຄາ​ສູງ​ບົດບາດ ​ແລະ ທີ່​ຕັ້ງ​ຂອງ ຫວຽດນາມ.  ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ເຂົ້າ​ຮ່ວມ ​ແລະ ກ່າວ​ຄຳ​ເຫັນ​ທີ່ການ​ໂອ້​ລົ​ມສົນທະນາ Shangri – La ຄັ້ງ​ນີ້ ເປັນການຢັ້ງຢືນ​ແນວທາງ​ການພົວພັນ​ຕ່າງປະ​ເທດ​ສັນຕິພາບ, ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ມີ​ການ​ພົວ​ພັນ​ສາກົນ​ຫຼາຍ​ຮູບ​ຫຼາຍ​ແບບ, ສະ​ແດງໃຫ້ເຫັນ​ນະ​ໂຍບາຍ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ຮ່ວມ​ມື​ພັດທະນາ​ຢູ່​ພາກ​ພື້ນ, ພ້ອມ​ທັງ​ປະກອບ​ສຽງ​ເວົ້າ​ຂອງ ຫວຽດນາມ ​ໃນ​ບັນດາ​ບັນຫາ​ສຳຄັນ​ຂອງ​ພາກ​ພື້ນ, ​ໃນ​ນັ້ນ​ມີ​ບັນຫາ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ໝັ້ນຄົງໃນ​ການ​ເດີນ​ເຮືອ​​ຢູ່​ທະ​ເລ​ຕາ​ເວັນ​ອອກ.

 

ຂ່າວ/ບົດ​ອື່ນ