ການໂອ້ລົມສົນທະນາ “ລຸ້ນໜຸ່ມຂຽວ”

(VOVWORLD) -ບັນດານັກປາຖະກະຖາ ໄດ້ສຸມໃສ່ແລກປ່ຽນກ່ຽວກັບບັນດາຂໍ້ລິເລີ່ມໃນການປົກປັກຮັກສາສີຂຽວຂອງສິ່ງແວດລ້ອມໃນໂລກ.

ວັນທີ 18 ສິງຫາ,  ຢູ່ຮ່າໂນ້ຍ, ສູນດໍາລົງຊີວິດ ແລະ ຮໍ່າຮຽນ ເພື່ອສິ່ງແວດລ້ອມ ແລະ ສັງຄົມ (Live & Learn) ຂຶ້ນກັບສະຫະພັນບັນດາສະມາຄົມວິທະຍາສາດ ແລະ ເຕັກນິກຫວຽດນາມ ໄດ້ສົມທົບກັບ ສູນວັດທະນະທໍາຝລັ່ງ (L’Espace) ຈັດຕັ້ງການໂອ້ລົມສົນທະນາ ດ້ວຍຫົວຂໍ້ວ່າ “ລຸ້ນໜຸ່ມຂຽວ” ເພື່ອແນໃສ່ແລກປ່ຽນບັນດາຂໍ້ລິເລີ່ມໃໝ່ປະກອບສ່ວນເຂົ້າໃນການປົກປັກຮັກສາສີຂຽວຂອງໜ່ວຍໂລກ ມຸ່ງໄປເຖິງການພັດທະນາສິ່ງແວດລ້ອມແບບຍືນຍົງ.

        ທີ່ການໂອ້ລົມສົນທະນາ, ບັນດານັກປາຖະກະຖາ ໄດ້ສຸມໃສ່ແລກປ່ຽນກ່ຽວກັບບັນດາຂໍ້ລິເລີ່ມໃນການປົກປັກຮັກສາສີຂຽວຂອງສິ່ງແວດລ້ອມໃນໂລກ. ການໂອ້ລົມສົນທະນາຄັ້ງນີ້ ແມ່ນການແບ່ງປັນ, ຖອດຖອນບົດຮຽນ ແລະ ເລື່ອງລາວຕ່າງໆຂອງບັນດາເພື່ອນໜຸ່ມ - ຊຶ່ງແມ່ນບັນດາບຸກຄົນທີ່ກ້າຄິດ, ກ້າທໍາ ແລະ ໄດ້ມານະພະຍາຍາມດ້ວຍບັນດາຂໍ້ລິເລີ່ມຂອງຕົນ ເພື່ອປົກປັກຮັກສາສິ່ງແວດລ້ອມ.


ຕອບກັບ

ຂ່າວ/ບົດ​ອື່ນ