ການໂອ້ລົມສົນທະນາ “ຮ່າໂນ້ຍ-ນະຄອນ ເພື່ອສັນຕິພາບ, 15 ປີແຫ່ງການເຊື່ອມ ໂຍງແລະພັດທະນາ”

ການໂອ້ລົມສົນທະນາ “ຮ່າໂນ້ຍ-ນະຄອນ ເພື່ອສັນຕິພາບ, 15 ປີແຫ່ງການເຊື່ອມ ໂຍງແລະພັດທະນາ” - ảnh 1
ພາບປະກອບ

(vovworld) – ການ​ໂອ້​ລົມ​ສົນທະນາ​​ໂດຍ​ສະຫະພັນ​ບັນດາ​ອົງການ​ມິດຕະພາບນະຄອນ ຮ່າ​ໂນ້ຍ, ຄະນະ​ກຳມະການ​ສັນຕິພາບ​ນະຄອນ ​ຮ່າ​ໂນ້ຍ ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 24/7, ​ເພື່ອ​ແນ​ໃສ່​ທົບ​ທວນຄື​ນບັນດາ​ຜົນງານ​ທີ່​ບັນລຸ​ໄດ້​ພາຍຫຼັງ 15 ປີ ​ແຫ່ງ​ວັນ ຮ່າ​ໂນ້ຍ​ ​ໄດ້ຮັບ​ການ​ຂະໜານ​ນາມ​ຈາກ UNESCO ວ່າແມ່ນ “ນະຄອນ​ສັນຕິພາບ”, ພ້ອມ​ທັງ​ເພື່ອ​ໂຄສະນາ​ວັດທະນະທຳ, ຊາວ ຮ່າ​ໂນ້ຍ, ປຸກລຸກ​ຄວາມ​ເອງ​ອ້າງ​ທະ​ນົງ​ໃຈ​ຂອງ​ປະຊາຊົນ​ນະຄອນ​ຫຼວງກ່ຽວ​ກັບ​ນະ​ຄອນ​ສັນຕິພາບ.

    ທີ່​ການ​ໂອ້​ລົມ​ສົນທະນາ, ບັນດາ​ຜູ້​ແທນ​ລ້ວນ​ແຕ່​ຢືນຢັນ​ວ່າ: 15 ປີ​ຜ່ານ​ມາ, ຮ່າ​ໂນ້ຍ ຍັງ​ຄົງແມ່ນ​ນະຄອນ​ແຫ່ງ​ໜຶ່ງ​ດຽວ​ໃນ​ພາກ​ພື້ນ ອາຊີ - ປາຊິ​ຟີ​ກ ​ໄດ້​ຮັບ​ລາງວັນ “ນະຄອນ​ເພື່ອ​ສັນຕິ​ພາບ”. ນັ້ນ​ແມ່ນ​ຄວາມ​ເອກອ້າງ​ທະ​ນົງ​​ໃຈແມ່ນຄວາມເປັນກຽດ ແຕ່ກໍ່​ແມ່ນ​ສິ່ງ​ທ້າ​ທາຍ​ໃຫຍ່​ເພື່ອ​ໃຫ້ ຮ່າ​ໂນ້ຍ ສູ້​ຊົນ. ດຣ ຫງວຽນ​ວຽດຈຶກ, ຫົວໜ້າ​ສະ​ຖາ​ບັນ​ຄົ້ນ​ຄ້ວາ​ວັດທະນະທຳ ທັງ​ລອງ, ຢືນຢັນ​ວ່າ:

    “ນະຄອນ ຮ່າ​ໂນ້ຍ​ໄດ້​ຮັບ​ການ​ຮັບ​ຮອງຈາກ UNESCO ວ່າ​ແມ່ນ​ນະຄອນ​ເພື່ອ​ສັນຕິພາບ​ແມ່ນ​ຊັບ​ສົມບັດ​ອັນ​ລ້ຳ​ຄ່າ​ທີ່ສຸດເຊິ່ງຊາວ​ທັງ​ລອງ - ຮ່າ​ໂນ້ຍ ​ແລະ ປະຊາຊົນ ຫວຽດນາມ ທຸກ​ຄົນໄດ້ຮັກສາ​ຈາກ​ລຸ້ນຄົນ​ນີ້ ​ເຖິງ​ລຸ້ນຄົນ​ອື່ນ. ຊັບ​ສົນ​ບັດ​ອັນ​ລ້ຳ​ຄ່າ​ນັ້ນ​ຕ້ອງ​ໄດ້​ຮັບ​ການ​ເສີມ​ຂະ​ຫຍາ​ຍຢ່າ​ງສູງ​ສຸດ​ໃນ​ພາລະກິດ​ຮັກສາ ​ແລະ ສ້າງສາ​ປະ​ເທດ​ຊາດ​ໃນ​ປະຈຸ​ບັນ. ​ບໍ່​ມີ​ສາຍ​ເຫດ​ທີ່ພາໃຫ້ພວດເຮົາ​ເພື່ອຫຼົງລືມ​ຄູນຄ່າທີ່ເປັນມູນ​ເຊື້ອ​ອັນ​ລ້ຳ​ຄ່າ​ນັ້ນ.”

ຂ່າວ/ບົດ​ອື່ນ